ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ

ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ - 0365 - ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ
ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ - kitchen vibe - ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ

ວັນທີ 20 ຕຸລາ 2023 ຜ່ານມາ, ແຂວງສາລະວັນ ໄດ້ຈູດທຳລາຍຢາເສບຕິດເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 22 ປີ (12/10/2001 – 12/10/2023), ໂດຍມີ ພົຈວ ພູວັນ ພິມມະຈັນ ຫົວໜ້າກອງບັນຊາການທະຫານແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໄລຍະ 1 ປີຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງສາລະວັນ ສາມາດມ້າງລາຍຄະດີຢາເສບຕິດ ແລະ ສານຕັດສິນໃຊ້ໄດ້ຢ່າງເດັດຂາດມີທັງໝົດ 253 ເລື່ອງ, ມີນັກໂທດ 312 ຄົນ ຍິງ 26 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ເກືອບ 4 ແສນເມັດ, ຢາໄອສ໌ 2 ກິໂລ ແລະ ເຄື່ອງຂອງກາງອື່ນໆ ແລະ ນຳມາທຳລາຍຖິ້ມ.

ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ - Visit Laos Visit SALANA BOUTIQUE HOTEL - ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ

ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ - 02145 - ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ

ໂອກາດນີ້, ພົຈວ ພູວັນ ພິມມະຈັນ ໄດ້ໂອ້ລົມ ແລະ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ ປກຊ-ປກສ, ອົງການປົກຄອງທຸກຂັ້ນ, ປະຊາຊົນລາວບັນດາເຜົ່າ, ນັກຮຽນ- ນັກສຶກສາໃຫ້ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າຕໍ່ກັບບັນຫາຢາເສບຕິດ, ເພີ່ມທະວີວຽກງານຕິດຕາມກວດກາ, ຄວບຄຸມສະກັດກັ້ນບັນຫາດັ່ງກ່າວ, ຫ້າມເດັດຂາດບໍ່ໃຫ້ມີ ການເຄື່ອນໄຫວຊື້-ຂາຍ, ລັກລອບ, ຂົນສົ່ງ, ມົ້ວສຸມເສບຢາເສບຕິດທຸກປະເພດຢ່າງເດັດຂາດ ເພື່ອເຮັດໃຫ້ແຂວງສາລະວັນ ມີຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສະຫງົບປອດໄພ ແລະ ພ້ອມກັນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ - 3 - ແຂວງສາລະວັນ ຈູດທຳລາຍຢາເສບຕິດເກືອບ 4 ແສນເມັດ ແລະ ຢາໄອສ໌ຈຳນວນໜຶ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!