ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ

ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ - Untitled 10 - ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ
ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ - kitchen vibe - ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ

ກໍາປູເຈຍສັ່ງຫ້າມນັກຮຽນໃຊ້ໂທລະສັບມືຖືໃນຫ້ອງຮຽນ ເພື່ອໃຫ້ນັກຮຽນມີສະມາທິ ແລະ ຄວາມສົນໃຈຕໍ່ການສຶກສາວິຊາຄວາມຮູ້ຫລາຍຍິ່ງຂຶ້ນ.

ວັນທີ 25 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ກະຊວງສຶກສາທິການກໍາປູເຈຍລະບຸວ່າ: ຄໍາສັ່ງດັ່ງກ່າວຫ້າມການນໍາໃຊ້ໂທລະສັບມືຖື ຫລື ອຸປະກອນເອເລັກໂຕຣນິກ ເຊິ່ງບໍ່ກ່ຽວຂ້ອງກັບກິດຈະກໍາການຮຽນຮູ້ພາຍໃນຫ້ອງຮຽນ ຫລື ລະຫວ່າງເວລາຮຽນ ເພື່ອໃຫ້ນັກຮຽນໃຊ້ເວລາທີ່ມີຕໍ່ການຮຽນຫລາຍກວ່າການຫລິ້ນເກມ ຫລື ໂຊຊຽວມີເດຍ.

ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ - Visit Laos Visit SALANA BOUTIQUE HOTEL - ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ

ຂະນະດຽວກັນ, ຄະນະຄູ ແລະ ຄູປະຈໍາຫ້ອງຂອງໂຮງຮຽນລັດທຸກແຫ່ງທົ່ວກໍາປູເຈຍຄວນກະຕຸ້ນ ແລະ ສົ່ງເສີມນັກຮຽນໃຫ້ອ່ານໜັງສື ຫລື ສຶກສາຄົ້ນຄວ້າຫາຄວາມຮູ້ໃນຫ້ອງສະໝຸດລະຫວ່າງມີເວລາວ່າງ.

ທັງນີ້, ພໍ່ແມ່ຜູ້ປົກຄອງ ຫລື ຜູ້ປົກຄອງຕາມກົດໝາຍ ຄວນເນັ້ນໃຫ້ລູກຫລານໃຊ້ໂທລະສັບມືຖື ແລະ ອຸປະກອນເອເລັກໂຕຣນິກອື່ນໆ ເພື່ອການສຶກສາຮຽນຮູ້ເທົ່ານັ້ນ.

ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ - 3 - ກໍາປູເຈຍອອກມາດຕະການຫ້າມໃຊ້ “ໂທລະສັບມືຖື” ໃນຫ້ອງຮຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!