ພາຍຸ Babet ພັດຖະຫລົ່ມ ຫລາຍປະເທດໃນຢູໂຣບ
October 23, 2023 - 1:44 PM


ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 23 ຕຸລາ 2023, ຫລາຍພື້ນທີ່ ທີ່ໄດ້ຮັບຜົນກະທົບໜັກຈາກອິດທິພົນຂອງພາຍຸ Babet ຕັ້ງແຕ່ ວັນທີ 19 ຕຸລາ ຜ່ານມາ ໂດຍສະເພາະແມ່ນ ອັງກິດ, ເຢຍລະມັນ ແລະ ຕອນໃຕ້ຂອງແຖບສະແກນດິເນເວຍ ຫລື ກຸ່ມປະເທດໃນຢູໂຣບເໜືອ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ໃນອັງກິດ ແລະ ສະກອດແລນ.
ຂະນະທີ່ ສຳນັກຂ່າວ bbc ແລະ ສື່ທ້ອງຖິ່ນອັງກິດລະບຸ ມີຜູ້ເສຍຊີວິດພາຍໃນປະເທດຢ່າງໜ້ອຍ 7 ຄົນ ເນື່ອງຈາກເກີດອຸບັດເຫດ ຂະນະທີ່ລົມພັດແຮງ.
ນອກຈາກນີ້, ປະຊາຊົນອີກຫລາຍໝື່ນຄົນ ໃນນໍເວ ແລະ ເດນມາກ ປະສົບບັນຫາໄຟຟ້າດັບເປັນບໍລິເວນກວ້າງ, ສ່ວນເຮືອ ແລະ ລົດໄຟຫລາຍສາຍໃນເຢຍລະມັນ, ເດນມາກ ແລະ ຕອນໃຕ້ຂອງສະວີເດັນ ປະກາດໃຫ້ຢຸດບໍລິການຊົ່ວຄາວ.
ອ້າງອີງຈາກ: https://www.khaosod.co.th/around-the-world-news/news_7927349