ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ

ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ - Untitled 9 - ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ
ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ - kitchen vibe - ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ

ຊາວອາເຈນຕິນາກຽມອອກໄປໃຊ້ສິດລົງຄະແນນສຽງໃນການເລືອກຕັ້ງທົ່ວໄປໃນວັນທີ 22 ຕຸລາ ທ່າມກາງວິກິດເສດຖະກິດທີ່ສາຫັດໃນຮອບສອງທົດສະວັດ ເຊິ່ງຊຸກດັນໃຫ້ຜູ້ສະໝັກກຸ່ມເສລີນິຍົມຂວາຈັດທີ່ເຄີຍເປັນມ້ານອກສາຍຕາກາຍມາເປັນໜຶ່ງໃນຕົວເຕັງ ແລະ ອາດໄດ້ຮັບໄຊຊະນະໄປຄອງ.

ໜ່ວຍເລືອກຕັ້ງຈະເລີ່ມເປີດໃຫ້ປະຊາຊົນໃຊ້ສິດໃນເວລາ 8:00 ໂມງ (18:00 ໂມງ ຕາມເວລາປະເທດລາວ) ໂດຍມີຜູ້ສະໝັກທີ່ເປັນຕົວເຕັງ 3 ຄົນ ໄດ້ແກ່ Javier Milei ນັກເສດຖະສາດ, Sergio Massa ລັດຖະມົນຕີເສດຖະກິດສາຍກາງຜູ້ສະໜັບສະໜູນລັດທິເປຣອນຂອງອະດີດປະທານາທິບໍດີ ຂວນ ເປຣອນ ແລະ Patricia Bullrich ນັກການເມືອງສາຍອະນຸລັກນິຍົມ.

ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ - Visit Laos Visit SALANA BOUTIQUE HOTEL - ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ

Milei ອະດີດຜູ້ດໍາເນີນລາຍການໂທລະພາບທີ່ມີບຸກຄະລິກໂຜງຜາງຈົນໄດ້ຮັບການປຽບທຽບກັບອະດີດປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ສ້າງຄວາມປະຫລາດໃຈດ້ວຍການຄວ້າໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນໃນເດືອນສິງຫາ, ທ່ານໄດ້ຮັບສຽງສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງທີ່ບໍ່ພໍໃຈຕໍ່ສະພາບເສດຖະກິດ-ສັງຄົມທີ່ເປັນຢູ່ໃນປັດຈຸບັນ ດ້ວຍອັດຕາເງິນເຟີ້ເພີ່ມຂຶ້ນເຖິງ 138% ແລະ ຄວາມທຸກຍາກທີ່ສົ່ງຜົນກະທົບຕໍ່ປະຊາກອນເຖິງສອງໃນຫ້າຂອງປະເທດ.

ເຖິງຢ່າງໃດກໍດີ, ໃນການເລືອກຕັ້ງຂັ້ນຕົ້ນດັ່ງກ່າວ Milei ຊະນະດ້ວຍຄະແນນສຽງທີ່ບໍ່ຫ່າງກັນຫລາຍ. ຂະນະທີ່ Massa ແລະ Bullrich ກໍໄດ້ຄະແນນຕາມຫລັງມາຕິດໆ. ບັນຫາຜົນສໍາຫລວດຄວາມຄິດເຫັນຂອງສໍານັກຕ່າງໆຈຶ່ງຄາດວ່າ ຜົນການເລືອກຕັ້ງຄັ້ງນີ້ຈະອອກມາສູສີ ໂດຍຜູ້ສະໝັກທັງ 3 ຄົນຈະແບ່ງຄະແນນກັນໄປ ແລະ ອາດຕ້ອງໄປຕັດສິນກັນອີກໃນການເລືອກຕັ້ງຮອບ 2.

ທັງນີ້, ໜ່ວຍເລືອກຕັ້ງຈະເລີ່ມປິດຫີບໃນເວລາ 18:00 ໂມງ (4:00 ໂມງ ຂອງວັນທີ 23 ຕຸລາ ຕາມເວລາປະເທດ) ແລະ ຄາດວ່າຈະປະກາດຜົນການນັບຄະແນນເບື້ອງຕົ້ນໄດ້ໃນເວລາ 21:00 ໂມງ (7:00 ໂມງ ຂອງວັນທີ 23 ຕຸລາ ຕາມເວລາປະເທດລາວ) ໂດຍຜູ້ຊະນະຈະຕ້ອງໄດ້ຄະແນນສຽງຫລາຍກວ່າ 45% ຫລື 40% ບວກຄະແນນນໍາ 10 ຄະແນນ, ແຕ່ຖ້າບໍ່ມີຜູ້ສະໝັກຄົນໃດເຮັດໄດ້ ຈະຕ້ອງໄປວັດດວງກັນອີກໃນການເລືອກຕັ້ງຮອບ 2 ເຊິ່ງຈະຈັດຂຶ້ນໃນວັນທີ 19 ພະຈິກ.

ອ້າງອີງ:

ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ - 5 - ຊາວອາເຈນຕິນາກຽມປ່ອນບັດເລືອກຕັ້ງມື້ນີ້ ທ່າມກາງວິກິດເສດຖະກິດ ຄາດວ່າຜົນອາດສູສີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!