ລະເບີດໂຈມຕີໂຮງໝໍຢູ່ກາຊາ ເສຍຊີວິດ 500 ກວ່າຄົນ ຮາມັດ-ອິດສະລາແອນ ກ່າວໂທດອີກຝ່າຍເປັນຜູ້ກໍ່ເຫດ


ໂຄສົກກະຊວງສາທາລະນະສຸກປາແລັສຕິນ ເປີດເຜີຍວ່າ: ເກີດເຫດລະເບີດຢູ່ໂຮງໝໍ Al Ahli ໃນເມືອງກາຊາຊິຕີ້ ໃນຕອນເຊົ້າວັນທີ 18 ຕຸລາ ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 500 ຄົນ ໂດຍມີຜູ້ຍິງ ແລະ ເດັກນ້ອຍລວມຢູ່ນໍາ.
ເບື້ອງຕົ້ນ ກະຊວງສາທາລະນະສຸກປາແລັສຕິນ ແລະ ກຸ່ມຮາມັດລະບຸວ່າ: ເຫດລະເບີດດັ່ງກ່າວເກີດຈາກການໂຈມຕີທາງອາກາດຂອງອິດສະລາແອນ, ພ້ອມປະນາມວ່າເປັນການກໍ່ອາດຊະຍາກໍາສົງຄາມ.
ສ່ວນອິດສະລາແອນປະຕິເສດວ່າ: ກອງທັບຂອງຕົນບໍ່ກ່ຽວຂ້ອງນໍາການໂຈມຕີໂຮງໝໍຢູ່ກາຊາ ແລະ ຊີ້ວ່າ: ລະເບີດນັ້ນເກີດຈາກການຍິງຈະຫລວດໂດຍກຸ່ມຍິຮາດອິດສະລາມປາແລັສຕິນ (Palestinian Islamic Jihad: PIJ) ເຊິ່ງເປັນກອງກໍາລັງຕິດອາວຸດທີ່ຖືກອາເມລິກາ ແລະ ສະຫະພາບເອີຣົບຈັດໃຫ້ເປັນກຸ່ມກໍ່ການຮ້າຍ ໂດຍກຸ່ມ PIJ ປະຕິເສດຄວາມຮັບຜິດຊອບ.
ຂະນະທີ່ໂຄສົກກອງທັບອິດສະລາແອນໄດ້ເຜີຍແພ່ວິດີໂອຈາກໂດຣນເພື່ອຢືນຢັນຄວາມບໍລິສຸດໃຫ້ສື່ຕ່າງປະເທດ ແລະ ກຽມເຜີຍແພ່ຫລັກຖານອີກ ເພື່ອພິສູດວ່າອິດສະລາແອນບໍ່ກ່ຽວຂ້ອງຕໍ່ເຫດລະເບີດດັ່ງກ່າວ.
ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ທ່ານ Volker Türk ຂ້າຫລວງໃຫຍ່ເພື່ອສິດທິມະນຸດແຫ່ງສະຫະປະຊາຊາດ ອອກຖະແຫລງການປະນາມການໂຈມຕີໂຮງໝໍຢູ່ກາຊາວ່າເປັນສິ່ງທີ່ບໍ່ອາດຍອມຮັບໄດ້, ພ້ອມຮຽກຮ້ອງໃຫ້ຄຸ້ມຄອງພົນລະເຮືອນ ແລະ ຜູ້ທີ່ກໍ່ເຫດຈະຕ້ອງຮັບຜິດຊອບ.
ຜົນຈາກການໂຈມຕີໂຮງໝໍຢູ່ກາຊາ ຍັງເຮັດໃຫ້ເກີດການປະທ້ວງຕໍ່ຕ້ານອິດສະລາແອນຂຶ້ນຢູ່ເຂດເວສແບງ ຕະຫລອດຮອດຫລາຍປະເທດຕາເວັນອອກກາງ ແລະ ອາຟຣິກາເໜືອເຊັ່ນ: ອີຢິບ, ຈໍແດນ, ຕວກກີ ແລະ ລີບັງ ໂດຍໃນບາງປະເທດສະຖານະການລຸກລາມກາຍເປັນການຜະເຊີນໜ້າລະຫວ່າງກອງກໍາລັງຄວາມໝັ້ນຄົງກັບກຸ່ມຜູ້ປະທ້ວງ.
ທັງນີ້, ສໍານັກຂ່າວ Reuters ລະບຸວ່າ: ຍັງບໍ່ສາມາດກວດສອບໄດ້ວ່າກຸ່ມໃດກໍ່ເຫດລະເບີດໂຮງໝໍຢູ່ກາຊາ ແລະ ຍັງບໍ່ສາມາດຢືນຢັນຕົວເລກຜູ້ເສຍຊີວິດທີ່ແນ່ນອນໄດ້.
ອ້າງອີງ:
- https://www.reuters.com/world/middle-east/diplomats-renew-calls-gaza-aid-iran-warns-israel-2023-10-16/
- https://edition.cnn.com/middleeast/live-news/israel-news-hamas-war-10-17-23/index.html
- https://www.bbc.com/news/live/world-middle-east-67141589
- https://www.aljazeera.com/news/liveblog/2023/10/17/israel-hamas-war-live-anger-after-israeli-strike-kills-500-in-hospital