ກຸ່ມຮາມັດເປີດເຜີຍວ່າ: ໄດ້ຈັບຕົວປະກັນໄວ້ 250 ຄົນ ຕົວປະກັນຄົນຕ່າງປະເທດເປັນແຂກໃນການຕ້ອນຮັບ ພ້ອມປ່ອຍເມື່ອສະຖານະການເອື້ອອໍານວຍ


ອາບູ ໂອເບດາ ໂຄສົກກອງພົນນ້ອຍອັລກັສຊໍາຂອງກຸ່ມຮາມັດ ເປີດເຜີຍວ່າ: ໄດ້ຄວບຄຸມຕົວປະກັນຊາວອິດສະລາແອນໄວ້ປະມານ 250 ຄົນ ເຊິ່ງປະມານ 200 ຄົນຢູ່ພາຍໃຕ້ການຄວບຄຸມໂດຍກອງພົນຂອງລາວ, ສ່ວນກອງກໍາລັງຕິດອາວຸດປາແລັສຕິນອື່ນໆ ຄວບຄຸມຕົວປະກັນອິດສະລາແອນໄວ້ປະມານ 50 ຄົນ.
ນອກຈາກຂໍ້ມູນດັ່ງກ່າວ, ກຸ່ມຮາມັດຍັງໄດ້ເຜີຍແພ່ວິດີໂອຜູ້ຍິງຊາວອິດສະລາແອນຄົນໜຶ່ງທີ່ຖືກຈັບໄວ້ ໂດຍຖືກກັກຂັງແຕ່ໄດ້ຮັບການປິ່ນປົວ ເຊິ່ງນາງຂໍໃຫ້ຮາມັດປ່ອຍນາງກັບບ້ານ.
ທັງນີ້, ໂອເບດາ ກ່າວວ່າ: ຜົນຈາກການໂຈມຕີທາງອາກາດຢ່າງຕໍ່ເນື່ອງຂອງກອງທັບອິດສະລາແອນນັບແຕ່ວັນທີ 7 ຕຸລາຜ່ານມາ ສົ່ງຜົນມີຕົວປະກັນຊາວອິດສະລາແອນຖືກສັງຫານແລ້ວ 22 ຄົນ.
ສ່ວນຕົວປະກັນຊາວຕ່າງປະເທດ ເຊິ່ງ ໂອເບດາ ເອີ້ນວ່າແຂກທີ່ຢູ່ໃນການຕ້ອນຮັບຂອງກຸ່ມຮາມັດນັ້ນ ບໍ່ມີການເປີດເຜີຍຈໍານວນທີ່ແນ່ນອນ ໂດຍອ້າງເຖິງຄວາມກັງວົນດ້ານຄວາມປອດໄພ, ແຕ່ລາວໃຫ້ຄໍາຮັບຮອງວ່າ: ຕົວປະກັນຊາວຕ່າງປະເທດທັງໝົດຈະໄດ້ຮັບການປ່ອຍຕົວທັນທີທີ່ສະຖານະການ ຫລື ສະພາບໃນພື້ນທີ່ເອື້ອອໍານວຍໃຫ້ປ່ອຍຕົວໄດ້, ພ້ອມທັງຂໍໂທດສໍາລັບການກັກຂັງ.
ອ້າງອີງ: