ສ.ເກົາຫລີ ສະເໜີໃຫ້ສົ່ງນັກສຶກສາໄປຮຽນຕໍ່ ແລະ ສາມາດເຮັດວຽກພ້ອມ ໃນອານາຄົດທີ່ໃກ້ນີ້”


ວັນທີ 7-14 ຕຸລາ 2023, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກຢູ່ປະເທດ ສ.ເກົາຫຼີ, ຈຸດປະສົງ ເພື່ອປືກສາຫາລື ຮ່ວມກັບ ແຂວງ ຊຸງຊອງບຸກໂດ, ແຂວງ ເຈຈູ ແລະ ພາກສ່ວນກ່ຽວຂ້ອງ ແລະ ລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບັນດາເມືອງຂອງ ປະເທດ ສ.ເກົາຫຼີ ກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ປະເທດ ສ.ເກົາຫຼີ.
ໂອກາດດັ່ງກ່າວ, ຄະນະຂອງ ທ່ານລັດຖະມົນຕີ ກະຊວງ ຮສສ ໄດ້ເດີນທາງໄປຢ້ຽມຢາມ ແລະ ປຶກສາຫາລື ຮ່ວມກັບ ທ່ານ ຄີມ ຢັງ ວັນ (KIM YOUNG HWAN) ເຈົ້າແຂວງ ຊຸງຊອງບຸກກ່ຽວກັບ ການຮ່ວມມືດ້ານຕ່າງໆ ທັງສອງຝ່າຍເຫັນດີເປັນເອກະພາບໃນການຮ່ວມມືດ້ານແຮງງານ ໂດຍສະເພາະການຊຸກຍູ້ໃຫ້ບັນດາເມືອງ ພາຍໃນແຂວງ ຊຸງຊອງບຸກ ໄດ້ມີການຮ່ວມມືດ້ານແຮງງານລະດູການ ຮ່ວມກັບ ກົມການຈັດຫາງານ ກະຊວງ ຮສສ ເພີ່ມຂຶ້ນ. ນອກຈາກນີ້ ທ່ານ ຄີມ ຢັງ ວັນ ຍັງໄດ້ສະເໜີໃຫ້ມີການຮ່ວມມືດ້ານການສົ່ງນັກສຶກສາໄປຮຽນຕໍ່ ແລະ ສາມາດເຮັດວຽກພ້ອມ ໃນອານາຄົດທີ່ໃກ້ນີ້”