ຮອງນາຍົກ ເນັ້ນໜັກໃຫ້ເອົາໃຈໃສ່ແກ້ໄຂບັນຫາພະນັກງານ ທີ່ເວົ້າແລ້ວບໍ່ເຮັດ ແລະ ສົ່ງເສີມຜູ້ເຮັດແທ້ທໍາຈິງ
October 16, 2023 - 9:42 AM
ໃນໂອກາດ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ເຂົ້າຮ່ວມກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ທີ່ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 13 ຕຸລາ 2023 ເຊິ່ງທ່ານ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະນຳກະຊວງ ປກສ ກຳແໜ້ນໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນກາງສະໄໝ ໂດຍສະເພາະ ຜົນສຳເລັດທີ່ຍາດມາໄດ້ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ວັດທະນະທຳສັງຄົມ, ອົງການອຳນນາດລັດ, ແນວໂຮມ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ພົວພັນຮ່ວມມືກັບຕ່າງປະເທດ ແລະ ຂົງເຂດກໍ່ສ້າງພັກບພະນັກງານ; ລວມໄປເຖິງບັນດາສາເຫດ, ຂໍ້ຄົງຄ້າງ ກໍຄືບົດຮຽນທີ່ຖອດຖອນໄດ້.
ນອກນັ້ນ, ທ່ານຍັງສະເໜີໃຫ້ບັນດາ ຄະນະພັກ-ຄະນະນຳທົ່ວກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເອົາໃຈໃສ່ບາງບັນຫາສຳຄັນຕົ້ນຕໍ; ຕັ້ງໜ້າຜັນຂະຫຍາຍຜົນການດຳເນີນຊີວິດການເມືອງກາງສະໄໝໃນທົ່ວພັກໃຫ້ແຂງແຮງ ແລະ ເຂົ້າສູ່ຕົວຈິງ; ຖືເປັນມາດຕະຖານ ແລະ ຄວາມຮຽກຮ້ອງຕ້ອງການຮີບດ່ວນ ເພື່ອແກ້ໄຂສິ່ງຫຍໍ້ທໍ້ພາຍໃນກົງຈັກການຈັດຕັ້ງ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ປັບປຸງກົງຈັກການຈັດຕັ້ງ ແຕ່ລະຂັ້ນ ໃຫ້ໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ຕ້ອງແກ້ໄຂບັນຫາພະນັກງານ ທີ່ເວົ້າແລ້ວບໍ່ເຮັດ, ຕ້ອງສົ່ງເສີມຜູ້ທີ່ເຮັດແທ້ທໍາຈິງ ;ເພີ່ມທະວີ ແລະ ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ.
ໃນນັ້ນ, ພະນັກງານຕ້ອງເປັນແບບຢ່າງໃຫ້ປະຊາຊົນ ໃນການເຊີດຊູສະຕິຕໍ່ກົດໝາຍ, ການເຄື່ອນໄຫວວຽກງານ ແລະ ການດໍາລົງຊີວິດ; ຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ໜັກແໜ້ນ, ໃຫ້ເຂັ້ມແຂງກວ່າເກົ່າ, ແກ້ໄຂຄວາມທຸກຂອງປະຊາຊົນ, ແກ້ໄຂກົນໄກການປະສານ ລະຫວ່າງຂະແໜງການດ້ວຍກັນ, ລະຫວ່າງສູນກາງ ແລະ ຫ້ອງຖິ່ນ ໃຫ້ມີຄວາມກົມກຽວດີຂຶ້ນ; ສືບຕໍ່ຊີ້ນຳການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບສູງ; ເພີ່ມທະວີການໂຄສະນາ, ປຸກລະດົມ ແລະ ຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເຂົ້າສູ່ລວງເລິກ ຕິດພັນກັບການເຂົ້າຮ່ວມຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນຂະບວນການກວ້າງຂວາງ.