ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ

ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ - Capture - ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ
ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ - kitchen vibe - ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ

ຂ່າວຕ່າງປະເທດລາຍງານ ວັນທີ 11 ຕຸລາ 2023, ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໄດ້ເລີ່ມທົດລອງແລ່ນລົດເມໂດຍສານອັດຕະໂນມັດ, ຂະນະທີ່ຍີ່ປຸ່ນກຳລັງຮີບເລັ່ງພັດທະນາການຂົນສົ່ງແບບບໍ່ມີຄົນຂັບ ແລະ ການຂົນສົ່ງສາທາລະນະແບບອັດຕະໂນມັດ.

ລົດເມຂັບເຄື່ອນອັດຕະໂນມັດ ຊຶ່ງສາມາດເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ ໄດ້ເລີ່ມທົດລອງນຳໃຊ້ໃນຕົ້ນເດືອນຕຸລາຜ່ານມາ ທ່າມກາງຄວາມພະຍາຍາມແກ້ບັນຫາທີ່ແກ່ຍາວມາດົນນານໃນກໍລະນີການຂາດແຄນຄົນຂັບລົດເມໃນນະຄອນຫຼວງໂຕກຽວ. ລົດເມຂັບເຄື່ອນອັດຕະໂນມັດ ຊຶ່ງເປີດໃຫ້ບໍລິການຕາມເສັ້ນທາງປະຈຳທີ່ເຊື່ອມຕໍ່ລະຫວ່າງສະຖານີຊິນຈູກຸກທີ່ແອອັດໄປດ້ວຍຕຶກອາຄານທີ່ສຳຄັນສອງແຫ່ງຂອງນະຄອນຫຼວງໂຕກຽວ ສາມາດຮອງຮັບຜູ້ໂດຍສານ 18 ບ່ອນນັ່ງ ໂດຍຜູ້ໂດຍສານຕ້ອງຈອງບ່ອນນັ່ງລ່ວງໜ້າຜ່ານລະບົບການຈອງອອນລາຍ ເພື່ອສຳຮອງບ່ອນນັ່ງສຳລັບບໍລິການດັ່ງກ່າວ. ການທົດລອງແລ່ນລົດເມດັ່ງກ່າວຈະມີຂຶ້ນຈົນເຖິງວັນທີ 13 ຕຸລາ ໂດຍມີກຳນົດໃຫ້ບໍລິການຈຳນວນ 12 ຖ້ຽວ ຕັ້ງແຕ່ເວລາ 10:00 – 16:00 ໂມງ ຕາມເວລາທ້ອງຖິ່ນ ແລະ ຈະປັບຫຼຸດຕາຕະລາງເວລາໃນໄລຍະທ້າຍອາທິດ ແລະ ມື້ພັກເທດສະການ. ເຈົ້າໜ້າທີ່ລັດຖະບານນະຄອນຫຼວງໂຕກຽວເປີດເຜີຍວ່າ: ທາງການມີເປົ້າໝາຍປະເມີນປະສິດທິພາບການສັນຈອນຂອງລົດເມອັດຕະໂນມັດບໍລິເວນພື້ນທີ່ໆມີການຈະລາຈອນຂ້ອນຂ້າງໜາແໜ້ນ ແລະ ປະເມີນຂໍ້ກຳນົດໂຄງສ້າງພື້ນຖານສຳລັບຊ່ອງທາງອັດຕະໂນມັດ.

ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ

ທັງນີ້, ຍີ່ປຸ່ນກຳລັງເດີນໜ້າມຸ່ງສູ່ຮູບແບບປ່ຽນແປງການຂົນສົ່ງ ຊຶ່ງລວມເຖິງຍານພາຫະນະລະດັບ 4.  ອີກຢ່າງໜຶ່ງ, ບັນດານັກວິເຄາະຊີ້ໃຫ້ເຫັນວ່າ: ຍີ່ປຸ່ນຍັງຕ້ອງດຳເນີນງານອີກຫຼາຍ ເພື່ອໄປໃຫ້ເຖິງເປົ້າໝາຍການຂົນສົ່ງແບບບໍ່ມີຄົນຂັບ.

ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ - 3 - ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!