5 ອາຫານ ຫ້າມກິນຕອນທ້ອງວ່າງ

5 ອາຫານ ຫ້າມກິນຕອນທ້ອງວ່າງ - 5                                                                       - 5 ອາຫານ ຫ້າມກິນຕອນທ້ອງວ່າງ
5 ອາຫານ ຫ້າມກິນຕອນທ້ອງວ່າງ - kitchen vibe - 5 ອາຫານ ຫ້າມກິນຕອນທ້ອງວ່າງ

ໃນຂະນະທີ່ທ້ອງວ່າງມີຫລາຍຢ່າງທີ່ຫ້າມກິນເຊັ່ນ: ເບຍ, ນໍ້າອັດລົມ, ອາຫານລົດຈັດ (ສົ້ມ, ເຜັດ, ເຄັມ…) ແຕ່ນອກຈາກສິ່ງເຫລົ່ານັ້ນຍັງມີເມນູອື່ນໆອີກດັ່ງນີ້:

  1. ກ້ວຍຫອມ

ເພາະໃນກ້ວຍຫອມ ມີແມັກນີຊຽມປະລິມານຫລາຍ ເຊິ່ງຈະເຮັດໃຫ້ຍື່ງທ້ອງ ແລະ ຍັງສົ່ງຜົນກະທົບຕໍ່ຜູ້ປ່ວຍພະຍາດຫົວໃຈອີກດ້ວຍ

5 ອາຫານ ຫ້າມກິນຕອນທ້ອງວ່າງ - Visit Laos Visit SALANA BOUTIQUE HOTEL - 5 ອາຫານ ຫ້າມກິນຕອນທ້ອງວ່າງ
  1. ອາຫານລົດຊາດເຜັດ

ຄືກັນກັບກິນອາຫານສົ້ມ ເພາະມັນຈະໄປທໍາຮ້າຍກະເພາະ, ກະຕຸ້ນລະບົບຍ່ອຍອາຫານ, ທໍາລາຍເມືອກເຄືອບກະເພາະອາຫານ ເຊິ່ງຈະເຮັດໃຫ້ເຈັບທ້ອງ

  1. ໂຢເກິດ

ອຸດົມໄປດ້ວຍໂພໄບໂອຕິກ ເຊິ່ງເປັນແບັກທີເຣຍທີ່ດີຕໍ່ລໍາໄສ້, ຖ້າກິນຕອນທ້ອງວ່າງຈະເຮັດໃຫ້ກົດໃນກະເພາະອາຫານ ທໍາລາຍແບັກທີເຣຍຈົນໝົດ

  1. ຂອງຫວານ

ບໍ່ຄວນກິນຂອງຫວານຈົນເກີນໄປໃນອາຫານຄາບທໍາອິດ ເພາະຈະໄປເລັ່ງໃຫ້ຕັບອ່ອນເຮັດວຽກໜັກ

  1. ຜັກໃບຂຽວ

ໃນຜັກໃບຂຽວມີໄຟເບີຫລາຍຊະນິດ, ມີທັງຍ່ອຍງ່າຍ ແລະ ຍ່ອຍຍາກ ເຊິ່ງໄຟເບີທີ່ຍ່ອຍຍາກໃນຜັກ ຈະເຮັດໃຫ້ຮູ້ສຶກສຽດທ້ອງ, ເຈັບທ້ອງໄດ້ ແຕ່ຖ້າຢາກຮັບປະທານໄຟເບີຈາກຜັກ ຄວນເລືອກກິນຕອນສວາຍຈະດີກວ່າ

ຂໍ້ມູນຈາກ ໂຮງໝໍ vichaiyut

 

5 ອາຫານ ຫ້າມກິນຕອນທ້ອງວ່າງ - 3 - 5 ອາຫານ ຫ້າມກິນຕອນທ້ອງວ່າງ
5 ອາຫານ ຫ້າມກິນຕອນທ້ອງວ່າງ - 4 - 5 ອາຫານ ຫ້າມກິນຕອນທ້ອງວ່າງ
5 ອາຫານ ຫ້າມກິນຕອນທ້ອງວ່າງ - 5 - 5 ອາຫານ ຫ້າມກິນຕອນທ້ອງວ່າງ