ແຕ່ລະປີ ມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບສູງເຖິງ 6.700 ຄົນ ສະເລ່ຍ 17 ຄົນຕໍ່ມື້


ທ່ານ ພອນປະເສີດ ອຸນະພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ກ່າວໃນງານມະຫະກຳເວທີຕົວເມືອງແຫ່ງຊາດຄັ້ງທີ 2 ສຸຂະພາບ ແລະ ການຄວບຄຸມຢາສູບ ຈັດຂຶ້ນໃນວັນທີ 3 ຕຸລາ 2023 ຜ່ານມາ, ສປປ ລາວ ພົບກັບບັນຫາສິ່ງທ້າທາຍ ແລະ ທ່າອ່ຽງການເພີ່ມຂຶ້ນຂອງພະຍາດບໍ່ຕິດຕໍ່ ກວມເອົາ 65% ຂອງການເສຍຊີວິດໃນປີ 2019 ໃນນັ້ນພະຍາດຫົວໃຈກວມເອົາ 27% ພະຍາດມະເຮັງ ປະມານ 12% ພະຍາດປອດອັກເສບຊໍ້າເຮື້ອກວມ 5% ພະຍາດເບົາຫວານ 4% ແລະ ພະຍາດບໍ່ຕິດຕໍ່ອື່ນ ກວມເອົາ 12% ປັດໄຈສ່ຽງຫຼັກທີ່ພາໃຫ້ເກີດພະຍາດບໍ່ຕິດຕໍ່ ແມ່ນການສູບຢາ ລວມທັງຢາສູບໄຟຟ້າ ໃນແຕ່ລະປີ ມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບສູງເຖິງ 6.700 ຄົນ ເທົ່າກັບ 17 ຄົນຕໍ່ມື້ ນອກຈາກການສູນເສຍດ້ານບຸກຄະລາກອນແລ້ວ ຍັງເຮັດໃຫ້ສູນເສຍທາງດ້ານເສດຖະກິດ ສູງເຖິງ 3,6 ລ້ານກີບ ໃນແຕ່ລະປີ.
ການສູບຢາ ແລະ ການໄດ້ຮັບຄວັນຢາສູບມືສອງ ແມ່ນເປັນປັດໄຈສ່ຽງຫຼັກຂອງການເກີດພະຍາດມະເຮັງ ພະຍາດຫົວໃຈ ພະຍາດປອດ ແລະ ພະຍາດເບົາຫວານ ກາຍເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ການສ້າງສະຖານທີ່ປອດຄວັນຢາສູບ ສາມາດປົກປ້ອງທຸກຄົນຈາກການໄດ້ຮັບຄວັນຢາສູບມືສອງ ແລະ ຍັງເປັນການຊ່ວຍໃຫ້ຜູ້ສູບຢາອອກຢາສູບ ນຳອີກ ເວທີຕົວເມືອງແຫ່ງຊາດ ຖືວ່າເປັນເວທີໜຶ່ງທີ່ສຳຄັນໃນການສົນທະນາ ແລະ ຈັດຕັ້ງປະຕິບັດນິຕິກຳປອດຄວັນຢາສູບ ແລະ ເຮັດໃຫ້ທຸກສະຖານທີ່ປອດຄວັນຢາສູບທີ່ແທ້ຈິງ ໂດຍການປະຕິບັດຕາມກົດໝາຍ ແລະ ນິຕິກຳ ວ່າດ້ວຍການຄວບຄຸມຢາສູບ ການສ້າງສະຖານທີ່ປອດຄວັນຢາສູບສາມາດຊ່ວຍຫຼຸດຜ່ອນປັດໄຈສ່ຽງຂອງການເກີດພະຍາດບໍ່ຕິດຕໍ່ ສົ່ງເສີມການດຳລົງຊີວິດທີ່ປາສະຈາກຄວັນຢາສູບ ແລະ ເຮັດໃຫ້ທຸກຄົນມີສຸຂະພາບແຂງແຮງ.