ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ

ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ - 385082049 736764345144541 8574592092781343127 n - ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ
ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ - kitchen vibe - ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ

ວັນທີ 4 ຕຸລາ 2023, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມເພື່ອກະກຽມດຳເນີນໂຄງການກິນຢາຂ້າແມ່ທ້ອງ ໃນໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໃນຂອບເຂດທົ່ວປະເທດ ເຊິ່ງຄາດວ່າຈະເລີ່ມຈັດຕັ້ງປະຕິບັດແຕ່ວັນ 13 ຕຸລາ 2023 ເປັນຕົ້ນໄປ ເຊີນຊວນພໍ່ແມ່ຜູ້ປົກຄອງນັກຮຽນ ພາລູກຫລານຂອງຕົນ ທີ່ມີອາຍຸ 5-14 ປີ ໄປຮັບຢາຂ້າແມ່ທ້ອງຕາມໂຮງຮຽນ ຫລື ສະຖານທີ່ອື່ນໆ ທີ່ຂະແໜງການກ່ຽວຂ້ອງກຳນົດໄວ້ ເພື່ອສຸຂະພາບທີດີຂອງລູກຫລານ.

ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ ກ່າວວ່າ: ເພື່ອປ້ອງກັນພະຍາດແມ່ທ້ອງ ຕ້ອງກິນອາຫານທີ່ປຸງແຕ່ງສຸກດີແລ້ວ ຖ້າຈະກິນຜັກດິບຕ້ອງລ້າງໃຫ້ສະອາດ ຫລື ແຊ່ນໍ້າເກືອກ່ອນກິນ, ລ້າງມືໃສ່ສະບູທຸກຄັ້ງ ກ່ອນປຸງແຕ່ງອາຫານ, ເລັບຕີນ, ເລັບມືໃຫ້ສັ້ນ ແລະ ສະອາດຢູ່ສະເໝີ, ຫລັງໃຊ້ວິດຖ່າຍຄວນລ້າງມືໃສ່ສະບູທຸກຄັ້ງ. ຄຽງຄູ່ກັນນັ້ນຕ້ອງໄດ້ກິນຢາຂ້າແມ່ທ້ອງ (ອານບັງດາໂຊນ (Albendazole) 400rng ຫລື ເມຍັງຕາໂຊນ (Mebendazole) 500mg) ທຸກໆ 6 ເດືອນ ສຳລັບເດັກອາຍຸ 5-14 ປີ.

ເມື່ອກິນຢາຂ້າແມ່ທ້ອງເຂົ້າໄປຈະຖືກຍ່ອຍສະຫລາຍໃນລຳໄສ້ 4-6 ຊົ່ວໂມງ ແລະ ຖືກຂັບອອກ, ຢາທີ່ກິນໄປນັ້ນແມ່ນຈະອອກລິດຢູ່ໃນລໍາໄສ້ສ່ວນໃຫຍ່ 98% ແລະ ຈະຖືກດູດຊືມເຂົ້າກະແສເລືອດປະມານ 2% (ສະນັ້ນຈຶ່ງບໍ່ຜົນສະທ້ອນຮ້າຍແຮງ) ເວລາກິນຢາລົງໄປ ນໍ້າກະເພາະຈະລັ່ງອອກມາໃສ່ຢາເຮັດໃຫ້ລໍາໄສ້ປັ້ນຮັດ ບວກໃສ່ເດັກບໍ່ໄດ້ກິນເຂົ້າບາງຄົນມີແມ່ທ້ອງຫລາຍ, ສະນັ້ນ ເວລາແມ່ທ້ອງໄດ້ຮັບຢາກໍຈະພາໃຫ້ດີ້ນ ຈຶ່ງເຮັດໃຫ້ມີອາການເຈັບທ້ອງ, ປຸ້ນທ້ອງ, ປວດຮາກ, ບາງຄົນວິນຫົວ ແມ່ນປະຕິກິລິຍາທີ່ຢາກໍາລັງອອກລິດ.

อาจเป็นรูปภาพของ 3 คน, เด็ก, เครื่องดื่ม และ ข้อความ ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ - 386357343 736764328477876 8948629262050352926 n - ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ

ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ - 5 - ກຽມເປີດຂະບວນຮັບຢາຂ້າແມ່ທ້ອງສຳລັບເດັກ ທີມີອາຍຸ 5-14 ປີ ທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!