ລມຕ ກະຊວງຖະແຫລງຂ່າວ,ວັດຖະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບອຸປະທູດ ລຸກຊຳບວກ ປະຈຳ ລາວ
October 4, 2023 - 2:55 PM

ວັນທີ 04 ຕຸລາ 2023, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານThomas Lammar ອຸປະທູດ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ເພື່ອປຶກສາຫາລື ແລະ ຕິດຕາມຄວາມຄືບໜ້າໂຄງການຮ່ວມມືຊ່ວຍ ຂອງລັດຖະບານລຸກຊຳບວກ ໃນໄລຍະຜ່ານມາ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ Thomas Lammar ທີ່ໄດ້ປະຕິບັດໜ້າທີ່ ຢູ່ ສປປ ລາວ, ພ້ອມລາຍງານ ໃຫ້ຊາບການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງລາວ-ລຸກຊຳບວກ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນຂະແໜງການທ່ອງທ່ຽວ ເຊິ່ງໄດ້ຮັບການຊ່ວຍເຫລືອຈາກ ປະເທດລຸກຊຳບວກ ເປັນຈຳນວນເງິນ 140.000 ເອີໂຣ, ພາຍໃຕ້ໂຄງການລາວ/029 ເພື່ອຈັດຕັ້ງປະຕິບັດມາດ ຕະຖານດ້ານສຸຂະອະນາໄມ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ຂອງ ສປປ ລາວ ເພື່ອຮັບປະກັນຄວາມປອດໄພທາງດ້ານສຸຂະພາບ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກທ່ອງທ່ຽວ ໃນໄລຍະຟື້ນຟູການທ່ອງທ່ຽວ ພາຍຫລັງການລະບາດ ຂອງເຊື້ອພະຍາດໂຄວິດ-19 ມີຜົນສຳເລັດເປັນຢ່າງດີ.
ປັດຈຸບັນ, ລັດຖະບານ ລຸກຊຳບວກ ໄດ້ສືບຕໍ່ໃຫ້ທຶນການຊ່ວຍເຫລືອ ສໍາລັບການຝຶກທັກສະວຽກງານທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ ພາຍໃຕ້ໂຄງການ ລາວ/036 ໂດຍໂຄງການດັ່ງກ່າວແມ່ນນອນໃນ 4 ໂຄງການໃຫຍ່ ທີ່ ລັດຖະບານລຸກຊຳບວກໃຫ້ການຊ່ວຍເຫລືອ ສປປ ລາວ ໃນມູນຄ່າ 95 ລ້ານເອີໂຣ ໄລຍະປີ 2023-2027. ສຳລັບຜູ້ ຈັດຕັ້ງປະຕິບັດໂຄງການຂອງກະຊວງ ຖວທ ແມ່ນ ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກົມຄຸ້ມຄອງທຸລະກິດການ ທ່ອງທ່ຽວ.
ທ່ານ Thomas Lammar ໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ລັດຖະບານລາວ ກໍຄື ກະຊວງ ຖວທ ທີ່ໄດ້ຈັດຕັ້ງຜັນຂະຫຍາຍບັນດາໂຄງການຮ່ວມມື ຊ່ວຍເຫລືອ ຂອງລັດຖະບານລຸກຊຳບວກ ມີຜົນສຳເລັດດີສົມຄວນ ເຊິ່ງຈະເຮັດໃຫ້ການທ່ອງທ່ຽວຢູ່ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນ.