ຄະນະກຳມະການອະໄພຍະໂທດລະດັບຊາດ ຄົ້ນຄວ້າພິຈາລະນາ ການສະເໜີຂໍໃຫ້ອະໄພໂທດປະຈໍາປີ 2023


ວັນທີ 2 ຕຸລາ 2023, ຢູ່ອົງການໄອຍະການປະຊາຊົນສູງສຸດ ໄດ້ດຳເນີນກອງປະຊຸມຄະນະກໍາມະການອະໄພຍະໂທດລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2023, ມີທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການອະໄພຍະໂທດ ລະດັບຊາດເຂົ້າຮ່ວມເປັນປະທານ.
ໃນກອງປະຊຸມໄດ້ຜ່ານບົດລາຍງານການຄົ້ນຄວ້າ ການສະເໜີຂໍອະໄພຍະໂທດດ້ວຍການຫລຸດຜ່ອນໂທດ, ປ່ອຍຕົວ ແລະ ອະໄພຍະໂທດໃຫ້ນັກໂທດປະຫານຊີວິດ ປະຈໍາປີ 2023 ແລະ ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ດ້ວຍຄວາມຮັບຜິດຊອບສູງຕໍ່ການປະກອບ ຄໍາເຫັນ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມລັດຖະບັນຍັດວ່າດ້ວຍການໃຫ້ອະ ໄພຍະໂທດໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ຕາມກົດໝາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງກໍານົດໄວ້, ເພື່ອນຳສະເໜີປະທານປະເທດໃຫ້ການອະໄພຍະໂທດ ປະຈຳປີ 2023 ເນື່ອງໃນໂອກາດວັນຊາດຂອງ ສປປ ລາວ ທີ 2 ທັນວາ ທີ່ຈະມາເຖິງນີ້.
ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ, ໄດ້ເນັ້ນໃຫ້ຄະນະກຳມະການອະໄພຍະໂທດທຸກຂັ້ນເພີ່ມຄວາມຮັບຜິດຊອບສູງໃນການປະຕິບັດລັດຖະບັນ ຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດໃຫ້ສຳເລັດຕາມແຜນການ ແລະ ຂັ້ນຕອນ ທີ່ກຳນົດໄວ້ໃນມາດຕາ 44 ຂອງລັດຖະບັນຍັດ ຂອງປະທານປະເທດ ສະບັບເລກ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍ ການໃຫ້ອະໄພຍະໂທດ ຢ່າງເຂັ້ມງວດ, ເພື່ອເຮັດໃຫ້ການໃຫ້ອະໄພຍະໂທດແກ່ນັກໂທດທັນກັບວັນຊາດ,ວັນທີ 2 ທັນວາ ທີ່ຈະມາເຖິງນີ້.
ພ້ອມນັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກໂທດ, ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງກົດໝາຍລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດໂຕດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ, ເອົາໃຈໃສ່ກໍ່ສ້າງບຳລຸງພະນັກງານວິຊາການທີ່ເຮັດວຽກງານຄົ້ນຄວ້າກວດກາການໃຫ້ອະໄພຍະໂທດ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊຳນິຊຳນານຫລາຍຂຶ້ນ, ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ, ວຽກງານຄົ້ນຄວ້າການສະເໜີໃຫ້ອະໄພຍະໂທດແມ່ນວຽກງານທີ່ສຳຄັນຂອງຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ.