ຮູ້ເລິກຮູ້ແຈ້ງເລື່ອງພະຍາດຕັບ ຊ່ວຍປ້ອງກັນ – ປິ່ນປົວແຕ່ຫົວທີ
ຕັບເປັນອະໄວຍະວະທີ່ໃຫຍ່ທີ່ສຸດໃນຮ່າງກາຍ, ມັນມີໜ້າທີ່ທຳລາຍສານພິດ ຫລື ສິ່ງເສດເຫລືອອອກຈາກເລືອດ, ສ້າງພູມຕ້ານທານເພື່ອຕໍ່ຕ້ານເຊື້ອພະຍາດ, ສ້າງສານເພື່ອໃຫ້ເລືອດບໍ່ແຂງໂຕ, ສ້າງນຳ້ບີເພື່ອຍ່ອຍອາຫານ ແລະ ດູດຊຶມວິຕາມິນທີ່ລະລາຍໃນນຳ້ມັນ. ດັ່ງນັ້ນ, ຖ້າຕັບມີບັນຫາຍາມໃດ ຮ່າງກາຍຂອງຄົນເຮົາກໍຍ່ອມພົບກັບບັນຫາແນ່ນອນ. ບັນຫາກ່ຽວກັບຕັບກໍລວມມີ : ຕັບອັກເສບ, ຕັບແຂງ, ມະເຮັງຕັບ, ໄຂມັນໃນຕັບ ແລະ ຝີໃນຕັບ.
– ໄວຣັສຕັບອັກເສບ : ມັນເປັນໄວຣັສທີ່ເຮັດໃຫ້ເກີດອັນຕະລາຍຕໍ່ຊີ້ນຕັບເປັນຫລັກ ໄດ້ແກ່ : ໄວຣັສຕັບອັກເສບ A, B, C, D. ການຕິດເຊື້ອໄວຣັສຕັບອັກເສບໃນໄລຍະທຳອິດ ຜູ້ປ່ວຍອາດບໍ່ມີອາການ ຫລື ບາງຄົນອາດມີພຽງອາການອ່ອນເພຍເທົ່ານັ້ນ, ໄຂ່ຕໍ່າໆຄ້າຍຄືໄຂ້ຫວັດ. ສ່ວນຜູ້ທີ່ມີພູມຕ້ານທານແຂງແຮງສາມາດກຳຈັດເຊື້ອໄວຣັສໄດ້ເອງຕາມທຳມະຊາດ, ເກີດພູມຕ້ານທານຕໍ່ໄວຣັສຕັບອັກເສບໄປຕະຫລອດຊີວິດ, ແຕ່ໃນບາງຄົນບໍ່ສາມາດສ້າງພູມຕ້ານທານໄດ້ເອງ ຈຶ່ງມີການຕິດເຊື້ອແບບຊຳ້ເຮື້ອ ແລະ ອາດເຮັດໃຫ້ເກີດຕັບອັກເສບຢ່າງຕໍ່ເນື່ອງຈົນເກີດອາການຕັບແຂງ ເຊິ່ງຜູ້ປ່ວຍທີ່ບໍ່ຮູ້ໂຕວ່າຕິດເຊື້ອອາດໄປພົບແພດດ້ວຍ ອາການອ່ອນເພຍທີ່ສຸດ ຫລື ບາງຄົນອາດເຖິງຂັ້ນສະມັດຕະພາບໃນການເຮັດວຽກຂອງຕັບເສື່ອມລົງຫລາຍ ເຮັດໃຫ້ເກີດອາການຕັບວາຍ ໄດ້ແກ່ : ທ້ອງໃຫຍ່, ຂາບວມ ເປັນຕົ້ນ.
ການຈະຮູ້ວ່າເຮົາຕິດເຊື້ອໄວຣັສຕັບອັກເສບນັ້ນ ຈະຕ້ອງແມ່ນແພດເປັນຜູ້ກວດກາໃຫ້ເຮົາ, ຜູ້ທີ່ຖືກກວດພົບວ່າມີໄວຣັສຕັບອັກ ເສບຄວນໄດ້ຮັບການກວດເລືອດເພື່ອເບິ່ງການເຮັດວຽກຂອງຕັບ, ເພື່ອປະເມີນວ່າການຕິດເຊື້ອໄວຣັສນັ້ນຢູ່ໃນຂັ້ນໃດ. ນອກຈາກນີ້, ຜູ້ທີ່ຕິດເຊື້ອໄວຣັສຕັບອັກເສບ B ຫລື C ຊຳ້ເຮື້ອ ຄວນໄດ້ຮັບການກວດສະພາບຊີ້ນຕັບດ້ວຍເຄື່ອງອັລຕຣາຊາວ ເພື່ອປະເມີນວ່າການຕິດເຊື້ອໄວຣັສດັ່ງກ່າວກໍ່ໃຫ້ເກີດຕັບແຂງ ຫລື ມີມະເຮັງຕັບແລ້ວຫລືບໍ່. ເຊື້ອໄວຣັສຕັບອັກເສບບໍ່ສາມາດຕິດຕໍ່ຈາກການສຳຜັດຮ່າງກາຍ ຫລື ລົມຫາຍໃຈ ລວມທັງກິນອາຫານຮ່ວມກັນໄດ້.
– ພະຍາດຕັບແຂງ : ຕັບແຂງເກີດຈາກຫລາຍສາເຫດ ເຊິ່ງໃນປະເທດເຮົາສ່ວນຫລາຍແມ່ນມາຈາກນຳ້ເມົາ ຫລື ເຄື່ອງດື່ມມຶນເມົາທີ່ມີອານກໍຮໍ, ມີໄວຣັສຕັບອັກເສບ B ສາເຫດທີ່ພາໃຫ້ຕັບແຂງ, ຮອງລົງມາກໍແມ່ນມາຈາກກຳມະພັນ, ການກິນຢາ ແລະ ໄດ້ຮັບສານພິດຕ່າງໆ. ນອກນັ້ນກໍເກີດຈາກພະຍາດທີ່ທຳລາຍຊີ້ນຕັບ, ມີການສ້າງໄຂມັນໃນຕັບຕື່ມ ເຊັ່ນ : ຄົນປ່ວຍພະຍາດເບົາຫວານ, ຄົນຕຸ້ຍ. ອີກສາເຫດໜຶ່ງກໍສາມາດເກີດຈາກອາການຕີບຕັນຂອງທໍ່ນຳ້ບີ ເຊັ່ນ : ໜິ້ວຖົງນຳ້ບີ. ຜູ້ປ່ວຍພະຍາດຕັບແຂງໃນໄລຍະທຳອິດຈະບໍ່ມີອາການ, ແຕ່ເມື່ອຕັບຖືກທຳລາຍຫລາຍຂຶ້ນເລື້ອຍໆຈຶ່ງເກີດອາການ ເຊັ່ນ : ອ່ອນເພຍ, ເບື່ອອາຫານ, ເມື່ອຍງ່າຍ, ປຸ້ນທ້ອງ, ນຳ້ໜັກຫລຸດລົງ. ຖ້າຫາກເປັນຫລາຍຂຶ້ນໆ ຜູ້ປ່ວຍບາງຄົນອາດມີອາການແຊກຊ້ອນອື່ນໆຫລາຍ ຊະນິດ.
– ມະເຮັງຕັບ : ເປັນພະຍາດທີ່ເກີດຈາກຈຸລັງຂອງຕັບກາຍເປັນຈຸລັງຮ້າຍ, ມີການແບ່ງໂຕຂອງຈຸລັງ ແລະ ແຜ່ກະຈາຍໄປຍັງອະໄວຍະວະອື່ນ. ສ່ວນປັດໄຈສ່ຽງສຳຄັນຂອງມະເຮັງຕັບ ລວມມີ : ໄວຮັສຕັບອັກເສບ B ແລະ C ເຊິ່ງຖ້າເປັນຊຳ້ເຮື້ອຈະເກີດເປັນມະເຮັງ, ການໄດ້ຮັບສານ Aflatoxin ເຊິ່ງເປັນສານທຳມະຊາດທີ່ເກີດຈາກເຊື້ອລາທີ່ຢູ່ໃນອາຫານຈຳພວກຖົ່ວ, ແປ້ງເຂົ້າຈີ່, ຖົ່ວເຫລືອງ, ສາລີ, ເຂົ້າ. ການເປັນພະຍາດຕັບແຂງ ແລ້ວກາຍເປັນມະເຮັງ, ການໄດ້ຮັບສານ Vinyl choloride, ຢາຄຸມກຳເນີດ, ຢາຮໍໂມນເພດຊາຍທີ່ໃຊ້ປົວພະຍາດເລືອດຈາງ ຫລື ການເສື່ອມສະມັດຕະພາບທາງເພດ, ສານໜູ ຖ້າໄດ້ຮັບຕິດຕໍ່ກັນກໍເພີ່ມຄວາມສ່ຽງຂອງການເປັນມະເຮັງຕັບໄດ້, ການສູບຢາທຸກຊະນິດ. ສ່ວນອາການຕ່າງໆທີ່ພົບໄດ້ໃນຜູ້ປ່ວຍມະເຮັງຕັບ ໄດ້ແກ່ : ນຳ້ໜັກຫລຸດລົງ, ເບື່ອອາຫານ, ແໜ້ນທ້ອງ, ເຈັບທ້ອງຕະຫລອດເວລາ, ທ້ອງບວມຂຶ້ນ, ຫາຍໃຈຍາກ, ໂຕເຫລືອງ, ຕາ ເຫລືອງ, ເອົາມືຄຳບໍລິເວນຕັບຈະພົບກ້ອນ, ອາການຂອງຜູ້ປ່ວຍຊຸດໂຊມລົງຢ່າງໄວວາ.
– ຝີໃນຕັບ : ແມ່ນອາການທີ່ຕັບເປັນຝີຢູ່ພາຍໃນ ເຊິ່ງອາດເປັນຝີດຽວ ຫລື ຫລາຍຝີກໍໄດ້. ພະຍາດນີ້ເກີດຈາກເຊື້ອແບັກທີເຣຍ ຊະນິດທີ່ເຮັດໃຫ້ເກີດໜອງ ເຊັ່ນ : ສະເຕັບໂຕຄ໊ອກໄຊ, ສະຕາຟີໂລຄ໊ອກໄຊ ແລະ ອີໂຄໄລ. ອາການທີ່ສຳຄັນແມ່ນຕັບໃຫຍ່ ເຮັດໃຫ້ເຈັບບໍລິເວນໂຄງກະດູກຂ້າງຂວາ ແລະ ເທິງເອິກ. ນອກນີ້, ຍັງມີອາການທົ່ວໆໄປ ເຊັ່ນ : ເປັນໄຂ້, ອ່ອນເພຍ, ເບື່ອອາຫານ.
– ໄຂມັນຫຸ້ມຕັບ : ປົກກະຕິໄຂມັນຈັບຕັບຈະມີປະລິມານ 5 – 10% ຂອງນຳ້ໜັກຕັບ. ຖ້າໄຂມັນໃນຕັບມີເກີນ 10% ຂອງນຳ້ໜັກ ຕັບກໍຖືວ່າເປັນໄຂມັນຫຸ້ມຕັບ. ໄຂມັນຫຸ້ມຕັບເກີດຈາກການດື່ມນຳ້ເມົາ ຫລື ເຄື່ອງດື່ມມຶນເມົາ ເມື່ອຄົນທີ່ດື່ມເປັນເວລາດົນ ຖ້າຍັງດື່ມ ເຫລົ້າແບບຕໍ່ເນື່ອງ ຕັບຈະກາຍ ເປັນຕັບແຂງ ເຊິ່ງອາການນີ້ຈະບໍ່ ສາມາດກັບສູ່ປົກກະຕິ, ນອກນັ້ນຜູ້ທີ່ດື່ມນຳ້ເມົາຫລາຍໃນໄລຍະເວລາສັ້ນກໍສາມາດເກີດໄຂມັນຫຸ້ມຕັບແບບວ່ອງໄວໄດ້ຄືກັນ.
– ໄຂມັນຫຸ້ມຕັບໃນຄົນທີ່ບໍ່ໄດ້ດື່ມນຳ້ເມົາ : ໄຂມັນຫຸ້ມຕັບຊະນິດນີ້ເອີ້ນວ່າ : Nonalcoholic fatty liver disease (NAFLD) ໝາຍເຖິງອາການທີ່ມີ Triglyceride ຢູ່ໃນຈຸລັງຕັບ ໂດຍທີ່ຄົນຜູ້ນັ້ນບໍ່ໄດ້ດື່ມນຳ້ເມົາ. ຈຸລັງໄຂມັນຈະບໍ່ກໍ່ໃຫ້ເກີດຄວາມເສຍຫາຍ ຫລື ເກີດຕັບອັກເສບໃນໄລຍະທຳອິດ. ສະນັ້ນ, ຕ້ອງປິ່ນປົວຫລຸດໄຂມັນໃຫ້ທັນເວລາ.