ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024

ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024 - 380765713 798833452252473 3419117527011008176 n - ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024
ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024 - kitchen vibe - ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024

ທ່ານ ນາງ ສວນສະຫວັນ ວິຍະເກດ  ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສະເໜີຕໍ່ກອງປະຊຸມຄະນະຊີ້ນຳລະດັບຊາດເພື່ອຈັດປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນຕອນບ່າຍວັນທີ 22 ກັນຍາ 2023​ ທີ່ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ:

ເພື່ອຈັດກິດຈະກໍາຕ່າງໆ ໃນໂອກາດປີທ່ອງທ່ຽວລາວ 2024 ໄດ້ສະເໜີຂໍອະນຸມັດນຳໃຊ້​ງົບ​ປະ​ມານລັດຖະບານ ລວມທັງໝົດ 26.375.000.000 ກີບ, ໃນນີ້ ສະເພາະປີ 2023 ແມ່ນນຳໃຊ້ງົບປະມານ ຈຳນວນ 3.500.000.000ກີບ ໂດຍນຳໃຊ້ງົບປະມານ ຈາກ 25 ຕື້ກີບ ຂອງງົບປະມານທີ່ສະພາແຫ່ງຊາດຈັດສັນໃຫ້, ສ່ວນໃນປີ 2024 ສະເໜີນຳໃຊ້ແຜນງົບ ປະມານຈຳນວນ 22.875.000.000 ກີບ

ໃນບົດລາຍງານຍັງຍົກໃຫ້ເຫັນຜົນໄດ້ຮັບຈາກການຈັດປີທ່ອງທ່ຽວລາວ 2024 ເພື່ອໂຄສະນາແນວທາງນະ ໂຍບາຍຂອງພັກ-ລັດ, ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025 ຕໍ່ເວທີສາກົນ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນລາວບັນດາເຜົ່າ, ປັບປຸງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກທາງດ້ານການທ່ອງທ່ຽວ, ປັບປຸງຄຸນນະພາບຂອງການບໍລິການການທ່ອງທ່ຽວ ເຂົ້າສູ່ມາດຕະຖານສາກົນເທື່ອລະກ້າວ, ອຸດສາຫະກຳການທ່ອງທ່ຽວສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ. ພ້ອມນີ້, ຈະເຮັດໃຫ້ນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວລາວນັບມື້ນັບຫຼາຍຂຶ້ນ, ສ້າງວຽກເຮັດງານທຳທັງທາງກົງ ແລະ ທາງອ້ອມໃຫ້ທົ່ວສັງຄົມ ເເລະ ສ້າງລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ປະເທດ. ຄາດຄະເນຈໍານວນນັກທ່ອງທ່ຽວ ແລະ ລາຍຮັບ.

​ນອກຈາກນີ້, ໃນບົດລາຍງານຍັງໄດ້ຍົກໃຫ້ເຫັນ ຄາດໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວ ໃນປີ 2023 ຄາດວ່າຈະບັນລຸ 2.504.213 ເທື່ອຄົນ ແລະ ຈະສ້າງລາຍຮັບໄດ້ປະມານ 367.588.360 ໂດລາສະຫະລັດ, ໃນປີ 2024 ຈະບັນລຸ 2.728.181 ເທື່ອຄົນ, ຈະສ້າງລາຍຮັບໄດ້ 367.588.360 ໂດລາສະຫະລັດ, ຈາກນັ້ນ ຮອດປີ 2026 ຄາດວ່າຈະບັນລຸ 3.176.116 ເທື່ອຄົນ ແລະ ຈະສ້າງລາຍຮັບໄດ້ 468.283.398 ໂດລາສະຫະລັດ.

ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024 - 4 - ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!