ຮອງນາຍົກລັດຖະມົນຕີ ກ່າວປາໄສຕໍ່ກອງປະຊຸມອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 78
ວັນທີ 23 ກັນຍາ 2023, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ກ່າວປາໄສຕໍ່ກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ທີ່ ນິວຢອກ ວ່າ: ປັດຈຸບັນ, ປະຊາຄົມໂລກ ກຳລັງປະເຊີນກັບຫລາຍວິກິດການ ໃນລະດັບທີ່ພວກເຮົາບໍ່ເຄີຍປະສົບພົບພໍ້ມາກ່ອນ ລວມທັງຜົນກະທົບທີ່ຍັງສືບຕໍ່ມີຢູ່ ຈາກການລະບາດຂອງພະຍາດໂຄວິດ-19. ບັນດາປະເທດກຳລັງພັດທະນາພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ ນັບຕັ້ງແຕ່ຄວາມທຸກຍາກທີ່ມີເພີ່ມຂຶ້ນ, ໜີ້ສິນຕໍ່ພາຍນອກ ແລະ ລະບົບການເງິນສາກົນ ທີ່ຂາດຄວາມຍຸຕິທຳໄປຈົນເຖິງ ໄພທຳມະຊາດທີ່ຮ້າຍແຮງເກີດຂຶ້ນຢູ່ຫລາຍພາກພື້ນໃນໂລກ ໂດຍສະເພາະ ເຫດການໄພພິບັດທຳມະຊາດ ທີ່ເກີດຂຶ້ນຢູ່ ປະເທດ ມາຣົກ ແລະ ລີເບຍ ໃນເມື່ອບໍ່ດົນຜ່ານມານີ້.
ເປົ້າໝາຍການພັດທະນາແບບຍືນຍົງ ບໍ່ພຽງແຕ່ເປັນເປົ້າໝາຍດ້ານການພັດທະນາຂອງສາກົນເທົ່ານັ້ນ. ສໍາລັບ ສປປ ລາວ, ປພຍ ແມ່ນຄວາມໝາຍໝັ້ນໃນລະດັບຊາດ. ນອກຈາກ 17 ເປົ້າໝາຍຂອງສາກົນແລ້ວ, ສປປ ລາວ ຍັງມີ ປພຍ ທີ18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ)” ເປັນເປົ້າໝາຍແຫ່ງຊາດ. ເຖິງແມ່ນວ່າ ບັນດາຕົວຊີ້ບອກຂອງ ປພຍ ໄດ້ມີຄວາມຄືບໜ້າໃນຫລາຍລະດັບທີ່ແຕກຕ່າງກັນ ແຕ່ບັນຫາ ລບຕ ຍັງສືບຕໍ່ເປັນເປັນໄພຂົ່ມຂູ່ໃນການພັດທະນາປະເທດ ແລະ ເປັນສິ່ງກີດຂວາງການປະຕິບັດ ປພຍ ອື່ນໆ ນໍາອີກ. ສະນັ້ນ, ພວກຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ເພື່ອສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການແກ້ໄຂບັນຫາທີ່ແກ່ຍາວມາດົນນານ ແລະ ມີຄວາມທ້າທາຍສູງຄືດັ່ງກ່າວ.
ການເຊື່ອມສານບັນດາຕົວຊີ້ວັດ ປພຍ ເຂົ້າໃນຍຸດທະສາດແຫ່ງຊາດຂອງ ສປປ ລາວ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈອັນໜັກແໜ້ນຂອງພວກເຮົາ. ເຖິງແມ່ນວ່າພວກເຮົາ ໄດ້ນໍາໃຊ້ທຸກຄວາມພະຍາຍາມໃນການຈັດຕັ້ງປະຕິບັດ, ແຕ່ຄວາມຄືບໜ້າ ແມ່ນບໍ່ເປັນໄປຕາມຄາດໝາຍ ເນື່ອງຈາກຍັງມີຫລາຍ ປພຍ ມີຄວາມຄືບໜ້າຊ້າ ຫລື ຖົດຖອຍ. ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ພວມດໍາເນີນຂະບວນການກະກຽມບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບທີ 3 ເຊິ່ງຈະສຸມໃສ່ ການວິໄຈສະພາບ ແລະ ຕິດຕາມຄວາມຄືບໜ້າຂອງ ປພຍ ສະເພາະຈໍານວນໜຶ່ງ ເພື່ອໄຈ້ແຍກໃຫ້ເຫັນວ່າ ປພຍ ໃດທີ່ຍັງຕ້ອງເພີ່ມຄວາມເອົາໃຈໃສ່ ແລະ ການສະໜັບສະໜູນທີ່ເພີ່ມຂຶ້ນ. ສປປ ລາວ ຈະນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈດັ່ງກ່າວຕໍ່ ກອງປະຊຸມເວທີການເມືອງລະດັບສູງ ປະຈໍາປີ 2024. ພ້ອມກັນນັ້ນ,ລັດຖະບານ ສປປ ລາວ ຍັງໄດ້ອອກມາດຕະການທີ່ຈໍາເປັນ ລວມທັງ ການສ້າງຍຸດທະສາດວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ໂດຍພາຍໃຕ້ຂອບການສະໜອງທຶນແຫ່ງຊາດແບບປະສົມປະສານ, ແນໃສ່ເຮັດໃຫ້ໂຄງສ້າງການສະໜອງທຶນແຫ່ງຊາດມີຄວາມເຂັ້ມແຂງກວ່າເກົ່າ ພ້ອມທັງສ້າງກາລະໂອກາດ ໃນການຕອບສະໜອງຕໍ່ຄວາມຕ້ອງການທາງດ້ານງົບປະມານ. ໃນຄວາມພະຍາຍາມເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ພວກເຮົາຈະຮັບຮອງເອົາຍຸດທະສາດແຫ່ງຊາດ ເພື່ອການຂ້າມຜ່ານຢ່າງໂລ່ງລ່ຽນ ເຊິ່ງຈະຖືເປັນເຄື່ອງມືທີ່ຈະຊ່ວຍໃຫ້ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນທີ່ກ່ຽວຂອງ ສຸມຄວາມເອົາໃຈໃສ່ຕໍ່ກັບບຸລິມະສິດດ້ານການພັດທະນາຂອງ ສປປ ລາວ, ການແກ້ໄຂຄວາມຕ້ອງການທີ່ຈໍາເປັນທີ່ສຸດ ແລະ ສິ່ງທ້າທາຍຕ່າງໆ ທີ່ອາດຈະກະທົບຕໍ່ຂະບວນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ສປປ ລາວ ເປັນປະເທດໜຶ່ງທີ່ມີແຫລ່ງຊັບພະຍາກອນທໍາມະຊາດອຸດົມສົມບູນ, ພ້ອມດ້ວຍຊີວະນາໆທີ່ມີຄວາມຫລາກຫລາຍ ແລະ ຊັບພະຍາກອນນໍ້າ ທີ່ເປັນທ່າແຮງສຳລັບການພັດທະນາພະລັງງານທົດແທນ ແລະ ການລົງທຶນ ເຂົ້າໃນວຽກງານດູດຊຶມ ແລະ ກັກເກັບທາດກາກບອນ ເຊິ່ງສາມາດເຮັດໃຫ້ປະເທດ ມີທ່າແຮງສໍາຄັນດ້ານການພັດທະນາ. ບົນຈິດໃຈດັ່ງກ່າວ, ຈຶ່ງເຫັນໄດ້ບົດບາດສໍາຄັນຂອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃນການຊຸກຍູ້ວາລະດ້ານການພັດທະນາຂອງປະເທດ ເພື່ອສົ່ງເສີມການເຕີບໂຕສີຂຽວ ແລະ ທົ່ວເຖິງ, ຫັນສູ່ເສດຖະກິດ ດິຈິຕອນ ຫລາຍກວ່າເສດຖະກິດທີ່ເອື່ອຍອີງໃສ່ຊັບພະຍາກອນ ແນໃສ່ເພີ່ມທະວີການນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງຍິ່ງຂຶ້ນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງໄດ້ຮັບຮອງເອົາ ຍຸດທະສາດ ແລະ ວິໄສທັດ ເພື່ອການພັດທະນາເສດຖະກິດ ດິຈິຕອນແຫ່ງຊາດ. ເຖິງແມ່ນວ່າ ສປປ ລາວ ຈະເປັນໜຶ່ງໃນບັນດາປະເທດທີ່ປ່ອຍມົນລະພິດໃນປະລິມານໜ້ອຍທີ່ສຸດ ໃນໂລກ, ແຕ່ພວກເຮົາ ຊໍ້າພັດໄດ້ຮັບຜົນກະທົບທີ່ຮ້າຍແຮງຈາກການປ່ຽນແປງດິນຟ້າອາກາດ ຄືກັບຫລາຍປະເທດ. ເຖິງຢ່າງໃດກໍ່ຕາມ, ພວກເຮົາມີຄວາມໝາຍໝັ້ນຢ່າງແຮງກ້າ ໃນການປະຕິບັດພັນທະສາກົນ ຕໍ່ການປ່ຽນແປງດິນຟ້າອາກາດ.
ລັດຖະບານ ລາວ ໄດ້ຮັບຮອງເອົາຍຸດທະສາດແຫ່ງຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ, ແຕ່ເພື່ອຮັບປະກັນການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວໄດ້ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ຈຶ່ງຈຳເປັນ ຕ້ອງມີທຶນຮອນທີ່ພຽງພໍ ແລະ ການສະໜັບສະໜູນດ້ານເຕັກນິກວິຊາການ ເພື່ອໃຫ້ສາມາດເຂົ້າເຖິງແຫລ່ງທຶນເພື່ອແກ້ໄຂການປ່ຽນແປງດິນຟ້າອາກາດ ແລະ ແຫລ່ງທຶນອື່ນໆ ເຊິ່ງຈະເປັນການສະໜັບສະໜູນ ບັນດາປະເທດກຳລັງພັດທະນາໄດ້ເປັນຢ່າງດີ. ສປປ ລາວ ຮຽກຮ້ອງໃຫ້ປະຕິບັດຄຳໝາຍໝັ້ນໃນລະດັບສາກົນໃຫ້ສຳເລັດຜົນ ໂດຍສະເພາະ ການສະໜອງທຶນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໃຫ້ໄດ້ຈຳນວນ 100 ຕື້ໂດລາ ສະຫະລັດ ຕໍ່ປີ ໃຫ້ແກ່ບັນດາປະເທດທີ່ມີຄວາມຈຳເປັນທີ່ສຸດ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ຜົນຂອງກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ປີ 2023 ນີ້ ຈະສ້າງພື້ນຖານໃຫ້ແກ່ການປະຕິບັດທີ່ເປັນຮູບປະທໍາ ໃນໄລຍະກ້າວສູ່ ກອງປະຊຸມບັນດາລັດພາຄີຂອງ ສົນທິສັນຍາ ອົງການ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາການ ຄັ້ງທີ 28 (COP28).
ປີນີ້ ແມ່ນຄົບຮອບ 56 ປີ ແຫ່ງການສ້າງຕັ້ງປະຊາຄົມບັນດາປະຊາຊາດ ໃນອາຊີຕາເວັນອອກສຽງໃຕ້ (ອາຊຽນ). ອາຊຽນ ຊຶ່ງເປັນອົງການຈັດຕັ້ງລະຫວ່າງລັດຖະບານ ເພື່ອການຮ່ວມມືໃນພາກພື້ນ ທີ່ເວລາໃດກໍໄດ້ຢຶດໝັ້ນຕໍ່ການຮ່ວມມືພາກພື້ນ ແລະ ການຮ່ວມມືຫລາຍຝ່າຍ, ທັງມີບົດບາດເປັນແກນກາງ ໃນການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ໃນພາກພື້ນ. ອາຊຽນ ມີຄວາມໝາຍໝັ້ນ ເພື່ອສືບຕໍ່ການສ້າງປະຊາຄົມ ອາຊຽນໃຫ້ເຂັ້ມແຂງ ພ້ອມທັງສົ່ງເສີມຄວາມເປັນເອກກະພາບ ແລະ ຄວາມເປັນແກນກາງຂອງ ອາຊຽນ ໃນການພົວພັນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ ອາຊຽນ ເປັນຜູ້ນຳພາ ແນໃສ່ສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າ ໃນພາກພື້ນ ແລະ ໃນໂລກ. ສປປ ລາວ ຈະເຮັດໜ້າທີ່ເປັນປະທານອາຊຽນ ໃນປີ 2024 ພາຍໃຕ້ ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໃຫ້ແກ່ ອາຊຽນ”. ສປປ ລາວ ຈະເສີມຂະຫຍາຍ ບັນດາຜົນສຳເລັດຂອງ ອາຊຽນ ເພື່ອສືບຕໍ່ສ້າງປະຊາຄົມ ອາຊຽນ ໃຫ້ເຂັ້ມແຂງ ແລະ ເຮັດແຫນ້ນການພົວພັນກັບພາຍນອກ ແນໃສ່ເຮັດໃຫ້ພາກພື້ນນີ້ ມີການເຊື່ອມຈອດ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.