ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

- 745652 - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ
- kitchen vibe - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

ອາຊີບປີ້ງເອັນຂາຍກໍແມ່ນອີກອາຊີບໜຶ່ງທີ່ພວກເຮົາເຈົ້າ ຂ້ອຍບໍ່ຄວນເບິ່ງຂ້າມ ແລະຄິດວ່າ ເປັນການຄ້າຂາຍເລັກໆນ້ອຍໆ ຜົນໄດ້ຮັບກໍຄົງຈະໄດ້ໜອ້ຍ ແລະ ບໍ່ ພຽງພໍກັບຄວາມຕ້ອງການເຊິ່ງ ເຮັດໃຫ້ຊາວຄ້າຂາຍຈໍານວນໜຶ່ງທີ່ເຄີຍເຮັດອາຊີບນີ້ມາແລ້ວ, ແຕ່ກໍ ຖືກຍຸບເລີກຍ້ອນໄປບໍ່ລອດຈຶ່ງບໍ່ ຢາກຈະສົນໃຈກັບເລື່ອງນີ້ພໍເທົ່າ ໃດ, ຍ້ອນວ່າການເຮັດອາດຈະ ເຮັດໄປແບບວັນໆໂດຍບໍ່ຄິດສົນໃຈ ແລະ ຄໍານຶງເຖິງຄຸນຄ່າຂອງລູກ ຄ້າແຕ່ຢ່າງໃດເລີຍ, ເພາະວ່າ ການທີ່ຈະເຮັດທຸລະກິດຄ້າຂາຍ ໃດໜຶ່ງ ກໍຕ້ອງເຮັດໄປເທື່ອລະບາດ ກ້າວຈາກໜອ້ຍຫາຫຼາຍ, ຈາກ ນ້ອຍຫາໃຫຍ່ ແຕ່ສິ່ງສໍາຄັນກໍຄື ຄວາມມານະອົດທົນພາກພຽນ, ຜະລິດຕະພັນ ແລະ ສິນຄ້າທຸກ ຢ່າງບໍ່ວ່າຈະເປັນ ເຄື່ອງອຸປະໂພກ-ບໍລິໂພກກໍຕ້ອງເນັ້ນເຖິງຄວາມຈົບງາມ, ຄວາມສະອາດ, ຄວາມ ເປັນລະບຽບຮຽບຮ້ອຍດີ, ມີສີສັນ ແລະ ມີລົດຊາດທີ່ໂດດເດັ່ນ, ຕ້ອງ ປະຢັດໃນການ ໃຊ້ຈ່າຍຈາກລາຍຮັບທີ່ໄດ້ມາ ແລະ ຈ່າຍຢ່າງມີເຫດ ຜົນ…ເໝືອນດັ່ງ ຄອບຄົວ ນ. ຄໍາຫຼ້າ ຢູ່ບ້ານຫ້ວຍຫ້ອມ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ ທີ່ໄດ້ມີອາຊີບປີ້ງເອັນ ຂາຍເພື່ອຫາລາຍໄດ້ມາສູ່ຄອບ ຄົວວັນລະເລັກລະໜ້ອຍໂດຍ ໄດ້ເລີ່ມຕົ້ນເຮັດມາຈາກວັນລະ 30-40ປີ້ງຈົນກ້າວເຖິງວັນລະ 150-200ປີ້ງ ເຊິ່ງຜູ້ກ່ຽວກໍໄດ້ ເຮັດແບບ ປະສົມປະສານກັບ ເຄື່ອງຂາຍປະເພດອື່ນໆໄປພ້ອມ ດ້ວຍຄວາມມານະອົດທົນ ແລະ ຄວາມພາກພຽນຂອງລາວ ຈຶ່ງ ເຮັດໃຫ້ທຸລະກິດປີ້ງເອັນໄດ້ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ໂດຍອີງຕາມການບອກເລົ່າຂອງລາວໃຫ້ຮູ້ວ່າ: ອາຊີບປີ້ງເອັນຂາຍ ເປັນອາຊີບທີ່ບໍ່ໄດ້ນໍາໃຊ້ ແຮງ ງານໜັກພໍເທົ່າໃດແຕ່ຕ້ອງ ໃຊ້ ຄວາມອົດທົນໃນການທີ່ນັ່ງ- ຢືນຢູ່ກັບເຕົາໄຟຕະຫຼອດໄລຍະ ເວລາ 15 ຊົ່ວໂມງ/ວັນ ເຊິ່ງຫຼັງ ຈາກທີ່ໄດ້ໄປຊື້ຊີ້ນ-ຜັກ ແລະ ເຄື່ອງ ປຸງແຕ່ງຈາກຕະຫຼາດ ມາ ແຕ່ເຊົ້າໆແລ້ວກໍໄດ້ມີການຫ້າງຫາກະ ກຽມເຄື່ອງປີ້ງແລ້ວກໍເລີ່ມ ຕັ້ງເຕົາປີ້ງນັບແຕ່ເວລາ ປະມານ 7:00ໂມງ-22:00ໂມງເຮັດ ແບບນີ້ປະຈໍາທຸກວັນ. ອາຊີບ ປີ້ງ ເອັນຖ້າເບິ່ງແບບຜີວເຜີນແລ້ວ ເປັນວຽກທີ່ນ້ອຍ, ແຕ່ບໍ່ງ່າຍ ພໍປານໃດເພາະມີສິ່ງທ້າທາຍ ແລະ ອຸປະສັກຫຼາຍຢ່າງໃນ ການ ເຮັດຕ້ອງໄດ້ເອົາໃຈໃສ່ໃນການ ປຸງແຕ່ງກໍຄືການປະສົມເຄື່ອງ ເທດໃສ່ຊີ້ນໃຫ້ເຂົ້າກັນຫຼືເອີ້ນ ແບບພາສາບ້ານເຮົາວ່າ ເອືອບ ຊີ້ນໃຫ້ເຂົ້າກັນພໍດີ, ສ່ວນປະ ເພດ ຊີ້ນທີ່ຈະເອົາມາປີ້ງກໍຕ້ອງແມ່ນ ຊີ້ນຕິດເອັນງົວ- ຄວາຍທັງລາ ຄາກໍຖືກ ແລະ ມີລົດຊາດແຊບ ກວ່າອີກ. ໃນການສຽບແມ່ນພົບ ອຸປະສັກຫຍຸ້ງຍາກບາງຢ່າງ ເພາະຊີ້ນຕິດເອັນເຮັດໃຫ້ການ ສຽບຂ້ອນຂ້າງຍາກແດ່ຖ້າບໍ່ ລະມັດລະວັງກໍຈະຖືກໄມ້ສຽບ ສ້ຽວໃສ່ມື ແຕ່ກໍ ຍ້ອນຄວາມຊິນ ເຄີຍໃນການ ເຮັດອາຊີບນີ້ມາ ເປັນເວລາຫ້າປີມາແລ້ວ ຈຶ່ງເຮັດ ໃຫ້ມີຄວາມປອດໄພຈາກອາ ການໄມ້ສຽບ ມື100%….

 

- Visit Laos Visit SALANA BOUTIQUE HOTEL - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

- 451swww - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

+ ເຮັດເຂົ້າຕົ້ມຂາຍກໍມີລາຍໄດ້ດີ

+ ແຜ່ນດິນຄຳ” ແຄມຝັ່ງແມ່ນ້ຳຂອງ

+ ຂາຍເຄື່ອງກອງບຸນກໍລ້ຽງຊີບໄດ້

ນ. ຄໍາຫຼ້າ ເຈົ້າຂອງຮ້ານ ປີ້ງເອັນ ຍັງໄດ້ໃຫ້ຮູ້ອີກວ່າ: ການ ເຮັດປີ້ງເອັນຂາຍແມ່ນຕ້ອງໄດ້ ເນັ້ນເຖິງຄວາມສະອາດ ແລະ ລົດຊາດແຊບເຊິ່ງໃນນັ້ນ ແມ່ນ ລວມທັງນໍ້າແຈ່ວ ແລະ ຜັກກັບ ເພາະຄູ່ແຂ່ງດ້ານປີ້ງເອັນນີ້ມີ ຫຼາຍ ແລະ ສາມາດ ເກີດຂຶ້ນທຸກ ສະຖານທີ່ໄດ້, ຖ້າເຮົາຫາກເຮັດ ບໍ່ດີໂດຍບໍ່ມີລົດຊາດ ແລະ ສີສັນ ໃນການປຸງແຕ່ງກໍຄືສີສັນທາງ ດ້ານການປີ້ງກໍຈະເຮັດໃຫ້ລູກຄ້າ ຂາດຄວາມສັດທາ ເຮັດໃຫ້ລຸດ ຄ່ານິຍົມຂອງລູກຄ້າລົງ ແລະ ໃນ ທີ່ສຸດທຸລະກິດຄ້າຂາຍຂອງເຮົາ ກໍຈະຖືກຍຸບເລີກໄປ. ເພາະສະ ນັ້ນ, ພວກເຮົາຕ້ອງໄດ້ ຫຼີກລ້ຽງ ບັນຫານີ້ບໍ່ໃຫ້ເກີດຂຶ້ນກັບທຸລະ ກິດຂອງພວກເຮົາໂດຍເດັດຂາດ ແລະ ຈາກເຫດຜົນທີ່ກ່າວມາ ນັ້ນ, ຈຶ່ງເຮັດໃຫ້ອາຊີບເຮັດປີ້ງ ເອັນຂາຍຍືນຍົງຄົງຕົວມາຮອດປັດຈຸບັນແມ່ນໄດ້ຫ້າປີແລ້ວ ເຊິ່ງໄດ້ເລີ່ມຕົ້ນຕັ້ງແຕ່ການລົງ ທຶນພຽງເລັກໆໜ້ອຍໆບໍ່ໄດ້ເຮັດຫຼາຍໂດຍໄດ້ຊື້ຊີ້ນຕິດເອັນຈາກ ຕະຫຼາດມາມື້ລະປະມານ1-2ກິໂລຫຼືເທົ່າກັບ 40.000-50.000ກີບ/ວັນ ແລະ ຜົນກໍາ ໄລໄດ້ມື້ລະປະມານ 80.000-100.000ກີບ ແລະ ແຕ່ລະປີກໍ ໄດ້ມີການເພີ່ມຈໍາ ນວນສິນຄ້າຂຶ້ນ ເລື້ອຍໆຍ້ອນວ່າພວກເຮົາໄດ້ ມີລູກຄ້າ ແລະ ຂາປະຈໍາຫຼາຍຂຶ້ນ ຊິ່ງມາຮອປັດຈຸ ບັນນີ້ກໍເປັນ ປີ ທີ 5 ເຂົ້າມາແລ້ວການເຮັດອາ ຊີບນີ້ເຫັນວ່າແຕ່ລະມື້ລົງທຶນຊື້ ຊີ້ນຕິດເອັນ ເຖິງ 9-10 ກິໂລ ຫຼືປະມານ 180.000-200.000ກີບ ແລະ ສາມາດ ສ້າງລາຍຮັບນໍາຜົນກໍາໄລມາ ໃຫ້ປະມານ 250.000-300.000ກີບ/ວັນ. ນອກຈາກ ປີ້ງເອັນຂາຍແລ້ວຍັງໄດ້ປີ້ງ ໄກ່ລາດ-ປານິນໜອງຂາຍ, ຮັບຊື້ສົ້ມໝູ ແລະ ເປັນປະເພດ ເຄື່ອງແຫ້ງຕ່າງໆມາຂາຍໜ້າ ຮ້ານຕື່ມອີກ ເຊິ່ງສາມາດສ້າງ ລາຍໄດ້ຜົນກໍາໄລມາສູ່ຄອບ ຄົວເດືອນລະປະມານ 300.000ກີບ. ຈາກລາຍຮັບທີ່ ໄດ້ມາ ນັ້ນ, ຕົນເອງກໍໄດ້ມີການປະຢັດ ໃນການໃຊ້ຈ່າຍເຊິ່ງສ່ວນໜຶ່ງ ກໍເຮັດເປັນທຶນໝູນວຽນສໍາລັບ ຄ້າຂາຍ, ສ່ວນໜຶ່ງຮັບໃຊ້ຊີວິດ ການເປັນຢູ່ປະຈໍາວັນ ແລະ ອີກ ສ່ວນໜຶ່ງເກັບຮັກສາຫຼືຝາກ ປະຢັດໄວ້ເປັນທຶນຮັບໃຊ້ການ ສຶກສາ ແລະ ສະສົມໄວ້ຍາວ ນານ. ໃນຕໍ່ໜ້ານີ້ ຈະໄດ້ເພີ່ມຈໍາ ນວນສຽບເອັນຂຶ້ນຕື່ມກໍຄືຕ້ອງ ໄດ້ຊື້ຊີ້ນຕິດເອັນແຕ່15-20ກິໂລ/ ວັນ ຫຼືປະມານວັນລະ250-300ປີ້ງ ແລະ ສັ່ງຊື້ໄກ່ລາດ, ປານິນ ໜອງມາປີ້ງພ້ອມດ້ວຍສົ້ມໝູ ແລະ ເຄື່ອງແຫ້ງມາຂາຍໜ້າ ຮ້ານເພີ່ມຕື່ມອີກທົບເຄິ່ງ.

 

- 16906114 1882452835375237 2113939768734646272 n - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

ຍ້ອນມີອາຊີບປີ້ງ ເອັນຂາຍ ແບບປະສົມປະສານທີ່ຫຼາຍໆຄົນອາດຈະເບິ່ງຂ້າມນີ້ລະເຮັດໃຫ້ ສະພາບຄອບຄົວຂອງ ນ.ຄໍາຫຼ້າ ກ້າວ ໄປສູ່ຄວາມອຸດົມສົມບູນ ໂດຍບໍ່ຄາດຄິດໄວ້ນັ້ນກໍຍ້ອນ ຄວາມມານະອົດທົນ, ຄວາມ ພາກພຽນຂອງລາວທີ່ໄດ້ສູ້ຊົນ ຜ່ານຜ່າມາຫຼາຍປີ ແລະ ໄດ້ ຮັບການສະໜັບສະໜູນອູ້ມຊູ ຊ່ວຍເຫຼືອພ້ອມທັງການ ໃຫ້ກໍາ ລັງໃຈຈາກຄອບຄົວກໍຄືສາມີ ແລະ ລູກທຸກຄົນໂດຍຕະຫຼອດ ມາ. ຍ້ອນ ຄວາມສາມັກຄີ ແລະ ການຮ່ວມແຮງຮ່ວມໃຈກັນເຮັດ ຊ່ວຍກັນຫາ ເຊິ່ງມາຮອດ ປັດ ຈຸບັນນີ້ຈຶ່ງເຮັດໃຫ້ຊີວິດການ ເປັນຢູ່ພາຍໃນຄອບຄົວຂອງ ລາວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

- IMG 3111 1024x683 - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

- 14547846 1194669000595641 7612567444665663488 n 820x1024 - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

- 16465020 266786913742555 8823594926164934656 n - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ

- 5 - ປິ້ງເອັນອາຊີບບໍ່ຄວນເບິ່ງຂ້າມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!