ຍີ່ປຸ່ນ ມີປະຊາກອນສູງອາຍຸ 100 ປີຂຶ້ນໄປ ຫລາຍກວ່າ 90 ພັນຄົນ ເຊິ່ງເປັນຕົວເລກສູງທີ່ສຸດໃນປະຫວັດສາດ


ສຳນັກຂ່າວຊິນຮວາຂອງທາງການຈີນລາຍງານ ວັນທີ 17 ກັນຍາ 2023 ວ່າ : ກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດີການ ຂອງຍີ່ປຸ່ນ ເປີດເຜີຍ, ໃນປີນີ້ຈໍານວນປະຊາກອນຍີ່ປຸ່ນທີ່ມີອາຍຸແຕ່ 100 ປີຂຶ້ນໄປ ສູງເຖິງ 92.139 ຄົນ ແລະ ກາຍເປັນຕົວເລກທີ່ສູງທີ່ສຸດ ໃນປະຫວັດສາດ ຂອງປະເທດຍີ່ປຸ່ນອີກດ້ວຍ ແລະ ເພີ່ມຂຶ້ນຈາກປີຜ່ານມາ 1.613 ຄົນ, ໃນຈຳນວນນີ້ ເປັນຜູ້ຍິງ 81.589 ຄົນ ແລະ ຜູ້ຊາຍ 10.550 ຄົນ.
ປັດຈຸບັນ, ຖືວ່າຍີ່ປຸ່ນກາຍເປັນປະເທດທີ່ປະຊາກອນ ມີອາຍຸຍືນຫລາຍ ເຊິ່ງສະເລ່ຍຜູ້ທີ່ມີອາຍຸ 100 ປີຂຶ້ນໄປ ກວມເຖິງ 73,74 ຕໍ່ປະຊາກອນ 100.000 ຄົນ, ຄັ້ງທໍາອິດໃນປີ 1963 ຍີ່ປຸ່ນປະກອບມີປະຊາກອນອາຍຸ 100 ປີຂຶ້ນໄປພຽງ 153 ຄົນເທົ່ານັ້ນ, ປີ 1981 ເພີ່ມຂຶ້ນ
ຫລາຍກ່ວາ 1.000 ຄົນ, ຮອດປີ 1998 ເພີ່ມຂຶ້ນ ຫລາຍກ່ວາ 10.000 ແລະ ມາຮອດປັດຈຸບັນແມ່ນເພີ່ມຂຶ້ນຫລາຍກ່ວາ 90.000 ຄົນ.
ອ້າງອີງຈາກ: https://www.infoquest.co.th/tag/xinhua
https://www.thairath.co.th/news/foreign/2726037