ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ - 378146402 805030511626209 4240562716605328828 n - ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ
ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ - kitchen vibe - ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ພາຍຫລັງສໍາເລັດການເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ, ໃນຕອນເຊົ້າວັນທີ 10 ກັນຍາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານ ຢູ່ແຂວງຊຽງຂວາງ ໂດຍມີທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ກຸ່ມປູກຜັກສະອາດ ຢູ່ບ້ານຫອຍ ແລະ ບ້ານຖໍ້າ ເມືອງຄູນ ໂດຍໄດ້ຮັບຟັງການລາຍງານຈາກທ່ານ ນາງ ສີພັນ ພົມມະວົງ, ຮອງຫົວໜ້າຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງຄູນ ເຫັນວ່າ: ປະຈຸບັນ ກຸ່ມປູກຜັກດັ່ງກ່າວມີ 30 ກວ່າຄອບຄົວ, ເນື້ອທີ່ປູກໃນລະດູຝົນ ແມ່ນ 18 ເຮັກຕາ, ສ່ວນລະດູແລ້ງມີເນື້ອທີ່ປູກ ປະມານ 30 ກວ່າເຮັກຕາ  ໂດຍມີການປູກໜູນວຽນພືດຫຼາຍຊະນິດ ເປັນຕົ້ນ ຜັກຫອມປ້ອມ, ຜັກກາດຂາວ, ຜັກກະລໍາປີ, ໝາກເຜັດ ແລະ ພືດຜັກອື່ນໆ ເຊິ່ງຮູບແບບການປູກ ແມ່ນປູກຢູ່ໃນເນື້ອທີ່ດິນຂອງໃຜລາວ ທີ່ເຫັນວ່າມີຄວາມເໜາະສົມ ຂອງພືດຜັກແຕ່ລະຊະນິດ. ສຳລັບການຈຳໜ່າຍ ແມ່ນຂາຍກັບທີ່ ໂດຍມີພໍ່ຄ້າຄົນກາງ ມາຊື້ເພື່ອນຳໄປຂາຍຕໍ່ຢູ່ຕະຫຼາດພາຍໃນແຂວງ ແລະ ສົ່ງອອກໄປຂາຍຢູ່ຕ່າງແຂວງ. ຜ່ານການປູກພືດຜັກດັ່ງກ່າວ ເຮັດໃຫ້ບັນດາສະມາຊິກພາຍໃນກຸ່ມ ມີລາຍຮັບເພີ່ມຂຶ້ນ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງຕົນເອງດີຂຶ້ນ.

ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ໄປຢ້ຽມຢາມ ກອງຮ້ອຍລ້ຽງສັດໃຫຍ່ພູເກັງ, ເມືອງແປກ ໂດຍໄດ້ຮັບຟັງການລາຍງານ ສະພາບລວມຂອງກອງຮ້ອຍດັ່ງກ່າວຈາກທ່ານ ພັນໂທ ດາວວຽນ ອິນທະພົນ, ຮອງຫົວໜ້າກອງຜະລິດກະສິກຳເລກ 3 ເຫັນວ່າ: ກອງຮ້ອຍລ້ຽງສັດໃຫຍ່ພູເກັງ ໄດ້ຮັບການຊີ້ນໍາໂດຍກົງ ແລະ ຮອບດ້ານ ຈາກກົມຜະລິດກະສິກຳ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ເຊິ່ງມີໜ້າທີ່ເບິ່ງແຍງ, ບົວລະບັດ, ຂະຫຍາຍພັນສັດ ເພື່ອເປັນຄັງແຮສະບຽງອາຫານ ໃນພາວະສຸກເສີນ. ນອກນັ້ນ, ແມ່ນໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ຄອກສັດ, ສ້າງທົ່ງຫຍ້າ, ລະບົບການຈັດການຟາມ, ການຈັດການສຸຂະພາບສັດ, ການປະສົມພັນທຽມ ແລະ ອື່ນໆ. ປະຈຸບັນ ຢູ່ກອງຮ້ອຍລ້ຽງສັດໃຫຍ່ພູເກັງ ມີງົວພັນທັງໝົດ 101 ໂຕ, ງົວລາດ 117 ໂຕ ແລະ ແກະ 800 ກວ່າໂຕ.

อาจเป็นรูปภาพของ 4 คน ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ - 378270909 805030654959528 6402289173812703260 n - ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ໃນມື້ດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ໄປຢ້ຽມຢາມໂຮງກັ່ນນ້ຳມັນເຊື້ອໄຟ ທີ່ລົງທຶນໂດຍເອກະຊົນ ຕັ້ງຢູ່ທີ່ບ້ານຍອດງື່ມ, ເມືອງແປກ ປະທານໂຮງກັ່ນນ້ຳມັນເຊື້ອໄຟ ລາຍງານໃຫ້ຊາບ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາຂໍ້ສະເໜີ ເພື່ອຂໍທິດຊີ້ນຳ ຈາກລັດ ຖະບານ. ປະຈຸບັນ ບໍລິສັດໄດ້ນຳເຂົ້າວັດຖຸດິບຫຼັກ ຈາກຕ່າງປະເທດ ມາປຸງແຕ່ງເປັນນໍ້າມັນກາຊວນ ແລະ ນ້ຳມັນແອັດຊັງ ສຳເລັດຮູບ ເພື່ອຈໍາໜ່າຍ ຢູ່ພາຍໃນແຂວງຊຽງຂວາງ ແລະ ບັນດາແຂວງໃກ້ຄຽງ. ໃນຕໍ່ໜ້າມີແຜນຈະເລັ່ງຜະລິດ-ປຸງແຕ່ງ ນໍ້າມັນແອັດຊັງທໍາມະດາ ເພື່ອສະໜອງໃຫ້ແກ່ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ກໍ່ຄື ບັນດາບໍລິສັດຈຳໜ່າຍນ້ຳມັນເຊື້ອໄຟອື່ນໆ ລວມທັງ ປໍ້າໃຫ້ບໍລິການນ້ຳມັນ ຢູ່ພາຍໃນຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຈະຂະຫຍາຍການຈຳໜ່າຍໄປຍັງແຂວງອື່ນໆໃຫ້ທົ່ວເຖິງ ເພື່ອຫຼຸດຜ່ອນການນຳເຂົ້ານ້ຳມັນຈາກຕ່າງປະເທດ.

อาจเป็นรูปภาพของ 6 คน ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ - 378270900 805030601626200 2831788776286602599 n - ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ໃນການລົງຢ້ຽມຢາມແຕ່ລະສະຖານທີ່, ທ່ານ ນາຍົກລັັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ພ້ອມທັງ ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂະ    ແໜງການກ່ຽວຂ້ອງ ແລະ ຜູ້ປະກອບການເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ບັນດາຂະແໜງການກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ພັດທະນາ, ປັບປຸງການຜະລິດ ຢ່າງມີຈຸດສຸມ ແລະ ຮັບປະກັນປະສິດທິຜົນ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຊີ້ນຳພະນັກງານວິຊາການ ລົງຊຸກຍູ້, ຕິດຕາມ ຮ່ວມກັບກຸ່ມການຜະລິດ ແລະ ຜູ້ປະກອບການ ຢ່າງໃກ້ຊິດ ແລະ ຖອດຖອນບົດຮຽນການປູກ-ການລ້ຽງ ກັບບັນດາປະເທດເພື່ອນມິດ, ພ້ອມທັງ ຊ່ວຍຄົ້ນຄວ້າ ການສະໜອງນໍ້າ ເຂົ້າຮັບໃຊ້ການປູກ-ການລ້ຽງ ຂອງປະຊາຊົນ ຢູ່ກຸ່ມເປົ້າໝາຍຕ່າງໆ ໃຫ້ພຽງພໍ.

 

ພາບຂ່າວ: ຄວາມສະຫງົບ

ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ - 4 - ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!