ລິຊາລີສັນ ກຽມພົບຈິດຕະແພດ ຫລັງພົບປັນຫາລຸມເລົ້າຈົນເຮັດໃຫ້ຟອມຕົກ ຢ່າງຮຸນແຮງຈົນສູນເສຍຄວາມໝັ້ນໃຈ
September 14, 2023 - 9:33 AM


ລິຊາລີສັນ ກອງຫນ້າທີມຊາດບຣາຊີວ ເປີດເຜີຍວ່າລາວກໍາລັງກະກຽມທີ່ຈະປຶກສາກັບຫມໍຈິດຕະວິທະຍາໃນປະເທດອັງກິດ ເພື່ອຊ່ວຍຮຽກຄືນຄວາມຫມັ້ນໃຈໃນການເຕະບານ. ຫລັງປະສົບບັນຫາຕົກຢ່າງຕໍ່ເນື່ອງ.
ກອງຫນ້າອາຍຸ 26 ປີ ກໍາລັງປະເຊີນກັບບັນຫາການຫລິ້ນຕົກຕ່ຳ ໂດຍຕະຫລອດລະດູການທີ່ຜ່ານມາ ລາວຍິງໄດ້ພຽງ 3 ປະຕູຈາກທຸກການແຂ່ງຂັນກັບ ທັອດແນມ ຮັອດສະເປີ, ໃນຂະນະທີ່ເກມທີ່ທີມຊາດບຣາຊິວ ຊະນະ ໂບລິເວຍ 5-1, ລາວມີໂອກາດຈາກໄລຍະໃກ້ ແຕ່ກໍ່ຍິງຂ້າມຄານໄປ. ກ່ອນທີ່ຈະຖືກປ່ຽນຕົວອອກ ແລະ ຖືກຈັບພາບຢູ່ຂ້າງສະໜາມວ່າກຳລັງຮ້ອງໄຫ້.
ນັກເຕະຊາວແຊມບ້າ ຈະກັບໄປລາຍງານຕົວກັບ “ໄກ່ເດືອດທອງ” ໃນທ້າຍອາທິດນີ້ ຢ່າງໃດກໍ່ຕາມ, ໃນການສໍາພາດກັບ Globo, ສື່ໃນບ້ານເກີດໄດ້ກ່າວວ່າລາວຈະຊອກຂໍຄໍາປຶກສາຈາກນັກຈິດຕະວິທະຍາ. ດ້ວຍຄວາມຫວັງວ່າຈະຊ່ວຍໃຫ້ສະພາບຈິດໃຈຂອງລາວກັບມາເປັນປົກກະຕິ ແລະ ກັບມາຫລິ້ນບານເຕະໄດ້ດີຄືເກົ່າ.