ແມນຢູ ປະກາດຢ່າງເປັນທາງການຈະໃຊ້ SNAPDRAGON ເປັນຜູ້ສະໜັບສະໜູນ ໜ້າເອີກເສື້ອແຂ່ງ ໃນລະດູການໜ້າ


ແມນເຊັສເຕີ ຢູໄນເຕັດ ກ່າວວ່າ Snapdragon ຈະມາເປັນຜູ້ສະໜັບສະໜຸນເສື້ອໃຫມ່ທີ່ໜ້າເອີກ. ໃນບັນດາຂ່າວລືທີ່ວ່າ “ຜີສາດແດງ” ກໍາລັງຕັ້ງເປົ້າທີ່ຈະໄດ້ຮັບ 60 ລ້ານປອນຕໍ່ລະດູການຈາກຂໍ້ຕົກລົງນີ້.
ແມນເຊສເຕີ ຢູໄນເຕັດ ເຊັນສັນຍາກັບບໍລິສັດຊອຟແວຣ໌ຂອງເຢຍລະມັນ TeamViewer ເພື່ອສະໜັບສະໜຸນຊຸດດັ່ງກ່າວເປັນສັນຍາ 5 ປີ ໃນປີ 2021 ແຕ່ຕົກລົງກັນວ່າສັນຍາຈະໝົດໄວກວ່າທີ່ວາງໄວ້ ໂດຍໃຫ້ TeamViewer ເປັນຜູ້ສະໜັບສະໜຸນໃຫ້ກັບ “ຜີສາດແດງ” ໄປກວ່າຈົນກວ່າຈະມີສັນຍາໃໝ່.
ເຊິ່ງກ່ອນໜ້ານີ້ມີຂ່າວລືວ່າ ແມນເຊັສເຕີ ຢູໄນເຕັດ ກໍາລັງເຈລະຈາກັບ Qualcomm ບໍລິສັດເຕັກໂນໂລຢີຈາກສະຫະລັດອາເມລິກາ. ເພື່ອໃຫ້ອີກຝ່າຍກາຍເປັນຕົວແທນຂອງ TeamViewer, ຈົນຫລ້າສຸດ ແມນເຊັສເຕີ ຢູໄນເຕັດ ບອກວ່າຈະໃຫ້ Snapdragon ມາສະແດງຢູ່ໜ້າເອິກເສື້ອຊຸດຂອງທີມ ໂດຍທີ່ Snapdragon ຖືວ່າຢູ່ໃນເຄືອກັບ Qualcomm ແລະ ຄວາມຈິງແລ້ວ ແມນເຊັສເຕີ ຢູໄນເຕັດ ເຄີຍປະກາດຈັບມືກັບ Snapdragon ນັບຕັ້ງແຕ່ເດືອນສິງຫາ 2022 ແລ້ວ.