ປິດກອງປະຊຸມ G20 ອິນເດຍສົ່ງໜ້າທີ່ປະທານກຸ່ມຕໍ່ໃຫ້ເບຣຊິນ


ກອງປະຊຸມສຸດຍອດຜູ້ນໍາ G20 ຢູ່ນະຄອນຫລວງນິວເດລີ ປະເທດອິນເດຍ ອັດລົງຮຽບຮ້ອຍແລ້ວໃນວັນທີ 10 ກັນຍາຜ່ານມາ ໂດຍອິນເດຍໄດ້ສົ່ງມອບຕໍາແໜ່ງປະທານຂອງກຸ່ມໃຫ້ເບຣຊິນຕໍ່ໄປ. ຂະນະທີ່ຣັດເຊຍຍ້ອງຍໍມະຕິຂອງກອງປະຊຸມທີ່ບໍ່ໄດ້ປະນາມມົດສະກູສໍາລັບການເຮັດສົງຄາມໃນຢູເຄຣນ, ແຕ່ຮຽກຮ້ອງໃຫ້ປະເທດສະມາຊິກຫລີກລ່ຽງການໃຊ້ກໍາລັງ.
ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຂອງອິນເດຍ ຍັງໄດ້ຂໍໃຫ້ບັນດາຜູ້ນໍາປະເທດສະມາຊິກ G20 ຈັດກອງປະຊຸມໃນເດືອນພະຈິກ ເພື່ອທົບທວນຄວາມຄືບໜ້າກ່ຽວກັບຂໍ້ສະເໜີດ້ານນະໂຍບາຍ ແລະ ເປົ້າໝາຍທີ່ປະກາດໃນກອງປະຊຸມໃນທ້າຍອາທິດຜ່ານມາ.
ວັນທີ 9 ກັນຍາ ເຊິ່ງເປັນມື້ທໍາອິດຂອງກອງປະຊຸມ, ກອງປະຊຸມ G20 ໄດ້ຮັບຮອງປະລິນຍາຜູ້ນໍາ (Leaders’Declaration) ເຊິ່ງຫລີກລ່ຽງການປະນາມຣັດເຊຍສໍາລັບການເຮັດສົງຄາມ, ແຕ່ເນັ້ນເຖິງຄວາມທຸກທໍລະມານຂອງປະຊາຊົນທີ່ເກີດຈາກຄວາມຂັດແຍ່ງ, ພ້ອມຮຽກຮ້ອງໃຫ້ທຸກລັດບໍ່ໃຊ້ກໍາລັງເພື່ອຢຶດດິນແດນ.
ມະຕິດັ່ງກ່າວຂອງກອງປະຊຸມຖືເປັນເລື່ອງທີ່ສ້າງຄວາມປະຫລາດໃຈ ເນື່ອງຈາກຫລາຍອາທິດກ່ອນຮອດກອງປະຊຸມສຸດຍອດ ປະເທດສະມາຊິກຍັງມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບສົງຄາມ ເຊິ່ງເຮັດໃຫ້ເກີດຄວາມກັງວົນວ່າກອງປະຊຸມສຸດຍອດຄັ້ງນີ້ອາດລົ້ມເຫລວ ໂດຍປະເທດຕາເວັນຕົກຮຽກຮ້ອງໃຫ້ສະມາຊິກປະທ້ວງມົດສະກູສໍາລັບການເຮັດສົງຄາມຮຸກຮານຢູເກຣນ, ສ່ວນຣັດເຊຍຂູ່ວ່າຈະຂັດຂວາງມະຕິໃດໆກໍຕາມທີ່ບໍ່ສະທ້ອນເຖິງຈຸດຢືນຂອງຕົນ.
ລັດຖະມົນຕີຕ່າງປະເທດ ເຊີເກ ລາບຣອບ ໃນຖານະຫົວໜ້າຄະນະຜູ້ແທນຣັດເຊຍ ກ່າວວ່າ: ກອງປະຊຸມສຸດຍອດຄັ້ງນີ້ຖືເປັນຜົນສໍາເລັດສໍາລັບອິນເດຍ ແລະ ກຸ່ມປະເທດຊີກໂລກໃຕ້ (Global South ຫລື ກຸ່ມປະເທດກໍາລັງພັດທະນາຂອງໂລກ).
ທ່ານ ລາບຣອບ ກ່າວໃນການຖະແຫລງຂ່າວວ່າ: ຈຸດຢືນຂອງກຸ່ມປະເທດຊີກໂລກໃຕ້ໃນການເຈລະຈາຊ່ວຍປ້ອງກັນບໍ່ໃຫ້ກອງປະຊຸມ G20 ຖືກບົດບັງໂດຍບັນຫາກ່ຽວກັບຢູເຄຣນ “ອິນເດຍລວມສະມາຊິກ G20 ຈາກຊີກໂລກເຂົ້າດ້ວຍກັນໄດ້ຢ່າງແທ້ຈິງ”.
ອ້າງອີງ:
https://www.reuters.com/world/russia-says-g20-declaration-balanced-summit-moves-final-day-2023-09-10/