ຈະມີການສະແດງຄອນເສີດການກຸສົນໂຕໂຢຕ້າຄາສຕິກ

- 1258 - ຈະມີການສະແດງຄອນເສີດການກຸສົນໂຕໂຢຕ້າຄາສຕິກ
- kitchen vibe - ຈະມີການສະແດງຄອນເສີດການກຸສົນໂຕໂຢຕ້າຄາສຕິກ

ປີນີ້, ເປັນອີກປີໜຶ່ງທີ່ໂຕໂຢ ຕ້າ ຈະຈັດສະແດງທົວຄອນເສີດ ການກຸສົນທົ່ວພູມມິພາກເອເຊຍ ຕໍ່ ເນື່ອງເປັນປີທີ 28 ແລະ ເປັນປີທີ 3 ໃນ ສປປ ລາວ ແລະ ນັບແຕ່ໂຕ ໂຢຕ້າໄດ້ເລີ່ມຈັດການສະແດງ ຄອນເສີດດັ່ງກ່າວມາແຕ່ປີ 1990 ສາມາດລະດົມທຶນເພື່ອການກຸສົນ ໄດ້ຫລາຍກວ່າ 9 ລ້ານໂດລາສະ ຫະລັດເພື່ອສະໜັບສະໜູນອົງ ກອນການກຸສົນທົ່ວພູມມິພາກ ອາຊີ ແລະ ນັບແຕ່ເດືອນຕຸລາປີ ນີ້, ໂຕໂຢຕ້າຈະຈັດສະແດງຄອນ ເສີດດັ່ງກ່າວໃນທົ່ວພູມມິພາກ ອາຊີ 6 ປະເທດຄື: ບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ.

 

- Visit Laos Visit SALANA BOUTIQUE HOTEL - ຈະມີການສະແດງຄອນເສີດການກຸສົນໂຕໂຢຕ້າຄາສຕິກ

- swerff - ຈະມີການສະແດງຄອນເສີດການກຸສົນໂຕໂຢຕ້າຄາສຕິກ

 

+ ຈັດງານວາງສະແດງສິນຄ້າກະສິກອນລາວ ທີ່ສູນການຄ້າສີໄຄພລາຊາ

+ ລາວກຽມປະກວດນາງງາມMissUniverse ເປັນປີທຳອິດເພື່ອເຂົ້າຮ່ວມແຂ່ງຂັນລະດັບສາກົນ

ສຳລັບຢູ່ລາວຈະຈັດຂຶ້ນທີ່ຫໍ ວັດທະນະທຳແຫ່ງຊາດໃນວັນ ທີ 24 ຕຸລານີ້, ໂດຍແມ່ນວົງ ດູລິຍາງ ຣໍໂຢ້ ຟິວຮາໂມນິກ ຄອນເສີດ, ພາຍໃຕ້ການອຳ ນວຍການເພງ ຂອງ ແອນໂຮນີ ວີເດັນ ແລະ ນັກດ່ຽວໄວໂອລີນ ເດວິດ ຈູຣິສ ເຊິ່ງຈະເຕັມໄປ ດ້ວຍຄວາມມ່ວນຊື່ນເພີດເພີນ ດ້ວຍທຳນອງທີ່ບັນລະຍາຍເຖິງ ການເດີນທາງ ແລະ ຄວາມຮັກ ຂອງໜຸ່ມສາວ ແລະ ພິເສດຈະມີ ບົດເພງອຳມະຕະຂອງລາວທີ່ ໄດ້ຮຽບຮຽງເປັນພິເສດສຳລັບ ການສະແດງໃນຄັ້ງນີ້, ໂດຍ ສາມາດຊື້ບັດໄດ້ທີ່ຕົວແທນຈຳ ໜ່າຍໂຕໂຢຕ້າຢ່າງເປັນທາງ ການ ໃນ ສປປ ລາວ.
ທ່ານ ຮິໂຣຍູກິ ຟູຄູອິ ປະ ທານບໍລິສັດໂຕໂຢຕ້າມໍເຕີ້ເອເຊຍ ປາຊິຟິກກ່າວ“ຄອນເສີດການ ກຸສົນໂຕໂຢຕ້າຄາສສິກ” ເປັນ ອີກ 1 ໃນ 200 ໂຄງການທີ່ສະ ແດງຄວາມຮັບຜິດຊອບຕໍ່ສັງ ຄົມຂອງໂຕໂຢຕ້າໃນພູມມີພາກ ອາຊີ, ຜ່ານການສ້າງຄວາມບັນ ເທີງໃຫ້ແກ່ຜູ້ຊົມທຸກເພດທຸກໄວ ແລະ ລະດົມທຶນສຳລັບອົງກອນ ການກຸສົນທ້ອງຖິ່ນເພື່ອສະໜັບ ສະໜູນນັກດົນຕີລຸ້ນເຍົາວະຊົນ ຜ່ານການສະແດງ ແລະ ມາດ ສເຕີ້ຄາສສອນ ໂດຍນັກດົນຕີໂຕ ໂຟໂຢຕ້າຄາສສິກຕາມຄຳຂວັນ ວ່າ “ດົນຕີຂັບເຄື່ອນຊີວິດ”.

- 3 - ຈະມີການສະແດງຄອນເສີດການກຸສົນໂຕໂຢຕ້າຄາສຕິກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!