ບາງເລື່ອງໜ້າຮູ້ກ່ຽວກັບການຊັກແຫ້ງ
March 31, 2017 - 2:44 PM


ຄຸນປະໂຫຍດການຊັກແຫ້ງ :
– ສາມາດກຳຈັດຮອຍເປື້ອນຕ່າງໆ ເຊັ່ນ : ໄຂມັນ, ນ້ຳໝຶກ, ຄາບນ້ຳມັນ ແລະອ່ືນໆໄດ້ ໂດຍບໍ່ເຮັດອັນຕະລາຍຕໍ່ຜ້າ.
– ການຊັກແຫ້ງຈະບໍ່ເຮັດໃຫ້ເຄື່ອງນຸ່ງເສຍຮູບຮ່າງຄືກັບການຊັກນ້ຳທົ່ວໆໄປ.
– ການຊັກແຫ້ງຈະບໍ່ທຳລາຍສີຂອງເນື້ອຜ້າໃຫ້ເບິ່ງໝົ່ນໝອງລົງໄປຈາກເກົ່າ.
– ການຊັກແຫ້ງສາມາດຊັກໄດ້ກັບເຄື່ອງນຸ່ງທີ່ໃຊ້ວັດສະດຸພິເສດ ເຊັ່ນ : ຜ້າໄໝ, ຂົນສັດ, ຜ້າແພ, ໄຍສັງເຄາະ ແລະ ໂດຍສະ ເພາະເຄື່ອງທີ່ການຊັກນ້ຳບໍ່ອາດເຮັດຄວາມສະອາດໄດ້.
– ການຊັກແຫ້ງຈະບໍ່ມີກິ່ນຂອງນ້ຳຢາພາຍຫລັງການຊັກ.