ນ້ຳຖ້ວມຮົງກົງ ໜັກທີ່ສຸດ ໃນຮອບເກືອບ 140 ປີ


ຕາມຂ່າວຈາກ ຮົງກົງ ລາຍງານໃຫ້ຮູ້ວ່າ: ສະຖານະການນ້ຳຖ້ວມຫລັງຝົນຕົກໜັກໃນເຂດບໍລິຫານພິເສດ ຮົງກົງ ຂອງ ສປ ຈີນ ຕັ້ງແຕ່ຄືນ ວັນທີ 8 ກັນຍາ 2023, ສົ່ງຜົນໃຫ້ການຈະລາຈອນເປັນອຳມະພາດ ແລະ ມີຜູ້ໄດ້ຮັບບາດເຈັບ 83 ຄົນ. ໃນນີ້, ເຈັບໜັກ 3 ຄົນ ຖືວ່າ ຝົນຕົກໜັກສຸດໃນຮອບເກືອບ 140 ປີ ຖະໜົນບາງສາຍມີນ້ຳຖ້ວມ, ລະດັບແອວ. ຂະນະທີ່ລົດໄຟຟ້າໃຕ້ດິນ ຢ່າງໜ້ອຍ 1 ສາຍຕ້ອງໂຈະ ການໃຫ້ບໍລິການ ເນື່ອງຈາກນ້ຳຖ້ວມໃນພາຍສະຖານີລົດໄຟໃຕ້ດິນ ວ່ອງໄທຊິນ (Wong Tai Sin).
ນອກນີ້, ອຸໂມງໃຕ້ ທະເລ ເຊິ່ງເປັນທາງສັນຈອນສຳຄັນ ທີ່ເຊື່ອມຕໍ່ ເກາະຮົງກົງ ກັບ ຝັ່ງເກົາລູນ (Kowloon) ກໍ່ຖືກນໍ້າຖ້ວມ ເຊັ່ນກັນ. ເຮືອຂ້າມຟາກ ຈາກເກາະ ຮົງກົງ ໄປມາກາວຕ້ອງໂຈະການບໍລິການຈໍານວນຫລາຍລວມທັງ ດ່ານຊາຍແດນທັງສອງຝັ່ງ ເມືອງເຊີນເຈີ້ນ ແລະ ຝັ່ງຮົງກົງ ຕ້ອງປິດ ຊົ່ວຄາວ.