ຢ່າດື່ມສິ່ງມຶນເມົາຈົນເກີດຄວາມປະໝາດ ເພາະເປັນເໝືອນມັດຈຸລາດເຂົ້າຄອບງຳ ນຳໄປສູ່ຄວາມສູນເສຍ


ໂດຍ : ຜາຕຸງ
ນະຄອນຫຼວງວຽງຈັນມີອຸບັດເຫດຕາມທ້ອງຖະໜົນ ເກີດຂຶ້ນແຕ່ລະວັນບໍ່ໄດ້ຂາດ ມີທັງເລັກນ້ອຍແລະຮຸນແຮງ ມີທັງຄົນບາດເຈັບແລະເສຍຊີວັດ ອັນເປັນການສູນເສຍຊັບພະ ຍາກອນມະນຸດ ແລະ ຊັບສົມບັດຂອງຊາດເປັນຈຳນວນມະຫາສານໃນແຕ່ລະປີ, ຍິ່ງໄລຍະ 2-3 ເດືອນຜ່ານມາ (ກໍລະກົດ-ສິງຫາ) ແລະຮອດວັນທີ 5 ກັນຍາ 2023 ນີ້ອຸບັດເຫດທີ່ເກີດຂຶ້ນນັ້ນນັບມື້ມີຄວາມຮຸນແຮງຂຶ້ນເລື້ອຍໆ ເຊິ່ງສາເຫດຫລັກໆແມ່ນຍ້ອນຄວາມມຶນເມົາ, ຂາດສະຕິ, ເຕັກນິກລົດບໍ່ຮັບປະກັນ ເປັນເຫດໃຫ້ທົ່ວປະເທດໂດຍສະເພາະຢູ່.
ອຸບັດເຫດຄັ້ງໃຫຍ່ ແລະ ຮຸນແຮງ ທີ່ເກີດຂຶ້ນຍ້ອນສາເຫດດື່ມສິ່ງມຶນເມົາ ໃນເດືອນສິງຫາ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈຳນວນໜຶ່ງມາແລກປ່ຽນຄຳເຫັນນຳກັນ ເຊັ່ນ: ເຫດການວັນທີ 21 ສິງຫາ 2023, ລົດໃຫຍ່ຕຳລົດຈັກ ແລະ ມີຄົນເສຍຊີດວິດ ຄາທີ່ 1 ຄົນ ຢູ່ເສັ້ນທາງເລກທີ 15 A, ເຂດບ້ານໜອງໃສ ເມືອງສາລະວັນ ແຂວງສາລະວັນ, ຄູ່ກໍລະນີແມ່ນໄດ້ຫລົບໜີ ແລະ ມື້ຕໍ່ມາເຈົ້າໜ້າທີ່ ຈຶ່ງສາມາດກັກຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ ຢູ່ທີ່ກອງບັນຊາການ ປກສ ແຂວງສາລະວັນ ຜູ້ກະທຳຜິດສາລະພາບວ່າເກີດຈາກຄວາມມຶນເມົາ.
ສຳລັບຢູ່ນະຄອນຫຼວງວຽງຈັນ, ວັນທີ 23 ສິງຫາ 2023, ເກີດເຫດລົດຕຳກັນຫລາຍຄັນຊ້ອນ ທີ່ 4 ແຍກໄຟອຳນາດໂພນສະອາດ (ໜ້າທະນາຄານICBC) ນະຄອນຫລວງວຽງຈັນ ຜູ້ບາດເຈັບທັງໝົດມີ 4 ຄົນ ແລະ ສ້າງຄວາມສູນເສຍຫລາຍພໍສົມຄວນ ຫລາຍພໍສົມຄວນ, ໄຄແຕ່ເຈົ້າຂອງລົດຄັນທີ່ໄປຕຳນັ້ນ ໄດ້ຮັບຜິດຊອບຄ່າສ້ອມແປງທັງໝົດ, ສ່ວນສາເຫດນັ້ນ1: ເຈົ້າໜ້າທີ່ກວດພົບວ່າ ຜູ້ກ່ຽວໄດ້ດື່ມສິ່ງມຶນເມົາ, 2 ຜູ້ກ່ຽວໄດ້ໃຊ້ຄວາມໄວເກີນກຳນົດແລ້ວໄດ້ຕຳເອົາລົດທັງ 4 ຄັນທີ່ກຳລັງລໍຖ້າໄຟຂຽວ.
ເຫດການວັນທີ 3 ກັນຍາ 2023 ລົດໃຫຍ່ຕຳກັນ ຢູ່ 4 ແຍກໂຮງໝໍມະໂຫສົດ ເຮັດໃຫ້ມີຜູ້ບາດເຈັບສົມຄວນ ແລະ ມື້ດຽວກັນນີ້ມີ: ລົດໃຫຍ່ປີ້ນຢູ່ທາງໂຄ້ງ ຫຼັກ4(ແຄມຂອງ)ພົບເຫັນຄົນເຈັບ1ຄົນ ເປັນເພດ: ຊາຍ ອາຍຸ: 16ປີ ອາການ: ຄິ້ວແຕກ, ນອກຈາກນັ້ນ ຍັງມີອຸບັດເຫດເກີດຂຶ້ນຢູ່ຕາມເຂດແຂວງອື່ນໆອີກ,
ທຸກໆເຫດການຂອງອຸບັດເຫດນີ້ ແມ່ນມາຈາກພະຍາດຊຳເຮື້ອອັນເກົ່າທີ່ບັນດາຜູ້ຂັບຂີ່ລົດລາພາຫານະບໍ່ທັນສາມາດທີ່ຈະຫຼຸດຜ່ອນລົງໄດ້ ແລະ ຖືເບົາທີ່ສຸດ (ສະເພາະກຸ່ມຄົນ) ເປັນຕົ້ນ ແມ່ນດື່ມສິ່ງຂອງມຶນເມົາແລ້ວຂັບລົດ, ບໍ່ເຄົາລົບລະບຽບການສັນຈອນທາງບົກ, ຖືເບົາບໍ່ໝັ່ນກວດກາເຕັກນິກລົດ(ເຕັກນິກລົດບໍ່ຮັບປະກັນ), ແລ່ນລົດໄວເກີນກຳນົດ, ບໍ່ລຶ້ງທາງ, ບໍ່ມີໃບອະນຸຍາດຂັບຂີ່ລົດ, ອາຍຸບໍ່ເຖິງກະສຽນກໍຂັບຂີ່ ແຕ່ອັນທີ່ຊຳເຮື້ອຕິດໂຕ ແລະ ເປັນພະເອກຂອງການເກີດອຸບັດເຫດນີ້ກະຍັງແມ່ນ ສິ່ງມຶນເມົາ………ນີ້ອັນຕະລາຍທີ່ສຸດ.
ຫຼາຍຄົນອາດຈະຕັ້ງຄຳຖາມວ່າ: ເປັນຍ້ອນນຳແຕ່ສິ່ງມຶນຫັ້ນບໍທີ່ພາໃຫ້ເກີດອຸບັດເຫດ, ນີ້ອາດເປັນຄຳຕອບອ່າວວ່າເກືອບຖືກ 100% ພຸ້ນລະ, ແຕ່ກໍມີອົງປະກອບອື່ນຢູ່ນຳເຊັ່ນວ່າ: ຈຳນວນພາຫານະເພີ່ມຂຶ້ນຢ່າງໄວວາ ທັງລົດຈັກ, ລົດໃຫຍ່ ສວນກະແສກັບສະພາບເສດຖະກິດໃນປັດຈຸບັນ ບວກກັບສະພາບເສັ້ນ ທາງຄັບແຄບແດ່ກໍອາດມີສ່ວນ, ແຕ່ທັງໝົດນັ້ນບໍ່ແມ່ນບັນຫາຫຼັກ, ສຳຄັນວ່າຜູ້ຂັບຂີ່ຈະມີສາມັນສຳນຶກ ແລະ ຜ່ານການຮຽນຮູ້ລະບຽບການສັນຈອນທາງບົກ ນຳໃຊ້ແລະຂັບຂີ່ແນວໃດຈຶ່ງຈະປອດໄພ ເພາະວ່າມີແຕ່ຜ່ານການຮຽນຮູ້ລະບຽບການສັນຈອນທາງບົກ, ມີໃບອະນຸຍາດຂັບຂີ່ ບວກໃສ່ຄວາມເດັດຂາດແລະເຂັ້ມງວດຂອງເຈົ້າໜ້າທີ່ຜູ້ປະຕິບັດລະບຽບກົດໝາຍ ແລະ ຈິດໃຕ້ສຳນຶກຂອງຜູ້ຂັບຂີ່ເທົ່ານັ້ນຈຶ່ງຈະຊ່ວຍຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນລົງໄດ້ ຊີວິດມີຄ່າຢ່າງມະຫາສານ ຢ່າປ່ອຍປະໃຫ້ສິ່ງມຶນເມົາຕ່າງໆ ເປັນມັດຈຸລາດເຂົ້າຄອບງຳ ຈົນນຳພາໄປສູ່ຄວາມສູນເສຍອີກຕໍ່ໄປ.