ລອງບໍ່! ເມນູ ‘ນໍ້າກ້ອນປີ້ງ’ ຂອງກິນຫລິ້ນສຸດແປກ ຈາກປະເທດຈີນທີ່ກໍາລັງໄດ້ຮັບຄວາມນິຍົມໃນຊ່ວງນີ້
September 4, 2023 - 4:17 PM


ປະເທດຈີນຖືເປັນປະເທດໜຶ່ງທີ່ມີເມນູສຸດແປກອອກມາເລື້ອຍໆ ເຊິ່ງກ່ອນໜ້ານີ້ໄດ້ມີເມນູ ‘ກ້ອນຫີນຜັດ’ ທີ່ໄດ້ກາຍເປັນກະແສໃນໄລຍະໜຶ່ງ ແລະ ຫລ້າສຸດໄດ້ມີເມນູໃໝ່ຊື່ເມນູ ‘ນໍ້າກ້ອນປີ້ງປຸງລົດ’ ທີ່ກໍາລັງເປັນກະແສໃນສັງຄົມອອນລາຍໃນຈີນ ຈາກຮ້ານຂາຍອາຫານແຄມທາງໃນເມືອງໜານຊາງ ມົນທົນຈຽງຊີ ປະເທດຈີນ
.


ນໍ້າກ້ອນ ຖືກນໍາມາເຮັດເປັນເມນູຍອດນິຍົມໃນຂະນະນີ້ນັ້ນ ມີກໍາມະວິທີໃນການເຮັດງ່າຍໆ ໂດຍການນໍາເອົານໍ້າກ້ອນ ກ້ອນໃຫຍ່ມາວາງໄວ້ແຕະປີ້ງ ແລະ ປຸງລົດດ້ວຍຊອສ ແລະ ຜົງເຄື່ອງເທດ ກ່ອນຈະຖືກເສີບ
.


ເຈົ້າຂອງຮ້ານທີ່ຄິດຄົ້ນເມນູນີ້ໄດ້ບອກກັບສື່ຕ່າງປະເທດວ່າ ທໍາອິດຈະເຮັດເມນູຄາຍຮ້ອນຫລິ້ນໆ ແລະ ຖ່າຍວີດີໂອພຽງເທົ່ານັ້ນ, ແຕ່ພັດມີຄົນມັກຫລາຍ ດັ່ງນັ້ນ, ເຈົ້າຂອງຮ້ານຈຶ່ງໄດ້ເຮັດເມນູນີ້ເລື້ອຍໆ ເພາະເປັນເມນູທີ່ເຮັດງ່າຍ ແລະ ບໍ່ມີຄ່າໃຊ້ຈ່າຍໃດໆ ຈຶ່ງເຮັດໃຫ້ຫລາຍຄົນຢາກລອງ ແຕ່ຕ້ອງໄດ້ຈອງຄິວລ່ວງໜ້າອີກດ້ວຍ
.


ຂໍ້ມູນຈາກ Chiang Mai News