WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ

WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ - 763740 4073734 Coronavirus AFP updates - WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ
WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ - kitchen vibe - WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ

ທ່ານ ນາງ ມາເຣຍ ແວນ ເຄີຄອບ ຫົວໜ້າດ້ານເຕັກນິກຂອງອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ປັດຈຸບັນກວດພົບເຊື້ອໄວຣັສໂຄວິດ-19 ທີ່ມີການກາຍພັນສູງທີ່ມີຊື່ວ່າ BA.2.86 ໃນສະວິດ ແລະ ອາຟຣິກາໃຕ້ ນອກເໜືອໄປຈາກອິດສະລາແອນ, ເດນມາກ, ອາເມລິກາ ແລະ ອັງກິດ.

ທັງນີ້, BA.2.86 ສາຍພັນຍ່ອຍຂອງໄວຣັສໂອມິຄຣອນມີການກາຍພັນຫລາຍກວ່າ 35 ຄັ້ງໃນສ່ວນສຳຄັນຂອງໄວຣັສເມື່ອທຽບໃສ່ສາຍພັນ XBB.1.5 ເຊິ່ງເປັນສາຍພັນຫລັກທີ່ແພ່ລະບາດຈົນຮອດປີນີ້.

WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ - Visit Laos Visit SALANA BOUTIQUE HOTEL - WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ

ສຳນັກຂ່າວຣອຍເຕີລາຍງານວ່າ: ສາຍພັນ BA.2.86 ໄດ້ຖືກກວດພົບຄັ້ງທຳອິດຢູ່ເດນມາກໃນວັນທີ 24 ກໍລະກົດຜ່ານມາ ຫລັງຈາກໄວຣັສທີ່ຕິດເຊື້ອໃນຜູ້ປ່ວຍຄົນໜຶ່ງທີ່ມີຄວາມສ່ຽງຈະມີອາການໜັກນັ້ນໄດ້ຮັບການລຽງລຳດັບພັນທຸກຳ. ຫລັງຈາກນັ້ນໄດ້ມີການກວດພົບໄວຣັສໂຄວິດສາຍພັນ BA.2.86 ໃນຜູ້ປ່ວຍທີ່ມີອາການຄົນອື່ນໆໃນການຄັດກອງຕາມປົກກະຕິຢູ່ສະໜາມບິນ ແລະ ໃນຕົວຢ່າງນ້ຳເສຍໃນບາງປະເທດ.

ນັກວິທະຍາສາດຫລາຍສິບຄົນທົ່ວໂລກກ່າວວ່າ: ເຖິງວ່າການຕິດຕາມໄວຣັສ BA.2.86 ຈະເປັນສິ່ງສຳຄັນ, ແຕ່ບໍ່ມີທ່າອ່ຽງຈະເຮັດໃຫ້ເກີດຄື້ນການທຳລາຍລ້າງຂອງພະຍາດທີ່ຮ້າຍແຮງ ແລະ ການເສຍຊີວິດເປັນຈຳນວນຫລາຍແຕ່ຢ່າງໃດ ເມື່ອພິຈາລະນາຈາກການປ້ອງກັນດ້ານພູມຕ້ານທານທີ່ສ້າງຂຶ້ນທົ່ວໂລກຈາກການສັກວັກຊີນ ແລະ ການຕິດເຊື້ອໂຄວິດ-19 ກ່ອນໜ້ານີ້.

ທ່ານ ນາງ ເຄີຄອບ ລະບຸວ່າ: ກໍລະນີຜູ້ຕິດເຊື້ອທີ່ກວດພົບນັ້ນບໍ່ໄດ້ມີການເຊື່ອມໂຍງກັນໄດ້ບົ່ງຊີ້ວ່າ: ໄວຣັສສາຍພັນ BA.2.86 ກຳລັງແພ່ລະບາດໃນວົງກວ້າງເພີ່ມຂຶ້ນ ໂດຍສະເພາະເມື່ອພິຈາລະນາຈາກກໍລະນີທົ່ວໂລກຫລຸດການເຝົ້າລະວັງລົງ.

ບັນດານັກວິທະຍາສາດກຳລັງທົດສອບວ່າ: ວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ໄດ້ຮັບການປັບປຸງແລ້ວ ຈະສາມາດປ້ອງກັນສາຍພັນ BA.2.86 ໄດ້ດີຊໍ່າໃດ. ຂະນະທີ່ນາງ ເຄີຄອບ ລະບຸວ່າ: ວັກຊີນມີປະສິດທິພາບໃນການປ້ອງກັນການເຈັບເປັນທີ່ຮຸນແຮງ ແລະ ການເສຍຊີວິດໄດ້ດີກວ່າການຕິດເຊື້ອ.

WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ - 5 - WHO ກວດພົບໂຄວິດ BA.2.86 ທີ່ມີການກາຍພັນສູງໃນຫລາຍປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!