ນັກສຶກສາໜ້ອຍລົງ ຈະສົ່ງຜົນກະທົບຫຍັງຕາມມາ ?
ໂດຍ: ມຶກບໍ່ແຫ້ງ
ທິດທາງຂອງພັກ-ລັດເຮົາກໍຄື “ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ” ຂອງການພັດທະນາປະເທດຊາດ ເຊິ່ງເປັນແນວທາງທີ່ຖືກຕ້ອງ ແຕ່ມາຮອດຕອນນີ້ ຫຼາຍຄົນກັງວົນ ເມື່ອເຫັນໂຕເລກ ນັກຮຽນລົງທະບຽນເສັງເຂົ້າມະຫາວິທະຍາໄລໃນລາວໜ້ອຍລົງ ເປັນສັນຍານດ້ານລົບຕໍ່ຂະແໜງການສຶກສາ ຫຼື ບໍ່?
ການສຶກສາແມ່ນອົງປະກອບສຳຄັນທີ່ສຸດຂອງປະເທດໃດໜຶ່ງ ໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນຄ່າແກ່ປະເທດປະເທດຊາດ ແລະ ຊັບພະຍາກອນມະນຸດແມ່ນມີຄວາມສຳຄັນ ຍິ່ງກວ່າຊັບພະຍາ ກອນອື່ນໃດທັງໝົດໃນໂລກ ໃນການພັດທະນາເສດະຖະກິດ-ສັງຄົມຂອງຊາດ, ຫຼາຍປະເທດຈະເລີນຮຸ່ງເຮືອງກໍແມ່ນອາໄສຊັບພະຍາກອນມະນຸດລ້ວນໆ ໃນການຂັບເຄື່ອນການພັດທະນາ, ແຕ່ບາງປະ ເທດເຖິງວ່າ ຊັບພະຍາກອນທຳມະຊາດ ເອື້ອຍອຳນວຍໝົດທຸກຢ່າງ ແຕ່ຂາດແຄນຊັບພະຍາກອນ ມະ ນຸດທີ່ມີຄຸນນະພາບແລ້ວ ກໍຫາກຍາກຍິ່ງທີ່ຈະເຮັດໃຫ້ ເສດຖະກິດ-ສັງຄົມຂອງຊາດກ້າວເດີນໄປໃນທິດທາງທີ່ດີ ມີຄວາມຈະເລີນຜາສຸກ,ທ່າມກາງເສດຖະກິດຂອງລາວ ທີ່ກຳລັງພົບຄວາມຫຍຸ້ງຍາກ ຍ້ອນໄດ້ຮັບຜົນສະທ້ອນຈາກເສດຖະກິດໂລກ, ຄ່າຄອງຊີບຖີບຕົວສູງຂຶ້ນ, ເງິນອ່ອນຄ່າ ທີ່ສົ່ງຜົນກະທົບຕໍ່ຊາວຜູ້ອອກແຮງງງານ ອາໄສເງິນເດືອນ ພຽງເລັກນ້ອຍ ເມື່ອທຽບໃສ່ກັບຄ່າເງິນກີບ ໄດ້ສົ່ງຜົນກະທົບຫຼາຍຂະແໜງການ ລວມທັງການສຶກສາ.
ເນື່ອງຈາກ ພໍ່ແມ່ຫຼາຍຄົນ ບໍ່ສາມາດສົ່ງເສີມລູກຮຽນໄດ້ອີກ ຍ້ອນຄວາມຟືດເຄືອງທາງເສດຖະກິດ ແລະສະພາບທີ່ເກີດຂຶ້ນ ໃນການຈັດຫາອາຊີບພາຍຫຼັງຮຽນຈົບການຊອກວຽກເຮັດງານທຳທີ່ເໝາະສົມ, ມີເງິນເດືອນພໍກຸ້ມກິນນັ້ນ ຍັງທ້າທາຍຫຼາຍ ແລະ ບວກກັບປັດໄຈອື່ນໆ ທີ່ອາດເຮັດໃຫ້ນັກຮຽນ-ນັກສຶກສາລົງທະບຽນ ຮຽນຕໍ່າກວ່າປີຜ່ານໆມາຢ່າງຫຼວງຫຼາຍ.
ການລົງທະບຽນເສັງຂອງນັກສຶກສາ ເຂົ້າມະຫາໄລປີນີ້ ແມ່ນຫຼຸດຄາດໝາຍພໍສົມຄວນ ເຊັ່ນ ມະຫາໄລ ຈຳປາສັກ ມີຄວາມຕ້ອງການ ນັກສຶກສາ 1.405 ຄົນ, ລົງທະບຽນ ພຽງແຕ່ 221 ຄົນ, ມະຫາໄລ ສະຫວັນນະເຂດ ມີຄວາມຕ້ອງການນັກສຶກສາ 1.516 ຄົນ ແຕ່ນັກສຶກສາລົງທະບຽນ ຮຽນພຽງແຕ່ 271 ຄົນ, ມະຫາວິທະຍາໄລແຫ່ງຊາດ ມີຄວາມຕ້ອງການ 6.688 ຄົນ ລົງທະບຽນຮຽນຕົວຈິງ 7.440 ຄົນ ເຊິ່ງເປັນຕົວເລກທີ່ຕໍ່າໃນຮອບຫຼາຍປີ.ຕໍ່ສະພາບການດັ່ງກ່າວ ທາງຄະນະນຳ ຂອງ ມະຫາວິທະຍາໄລແຫ່ງຊາດລາວ ກໍໄດ້ອອກມາ ຊີ້ແຈງວ່າ “ສາເຫດໜຶ່່ງທີ່ນັກສຶກສາໜ້ອຍລົງກໍແມ່ນ ການທີ່ມີນັກສຶກສາຈຳນວນຫຼາຍໄດ້ຮັບທຶນໄປຮຽນຕໍ່ຢູ່ຕ່າງປະເທດ ເປັນຕົ້ນ ປະເທດຫວຽດນາມ, ສປ ຈີນ ແລະປະເທດອື່ນໆ ຫຼາຍຂຶ້ນ”. ນີ້ກໍແມ່ນອາດສາເຫດໜຶ່ງ ບວກກັບວ່າ ໄດ້ມີວິທະຍາໄລ ເອກະຊົນ, ໂຮງຮຽນວິຊາຊີບຫຼາຍຂຶ້ນ ກໍອາດມີສ່ວນເຮັດໃຫ້ນັກສຶກສາສົນໃຈເຂົ້າມະຫາໄລໜ້ອຍລົງ.
ໃນພາບລວມແລ້ວພວກເຮົາຕ້ອງສາມາດຮັບກັບສະພາບຄວາມເປັນຈິງທີ່ເກີດຂຶ້ນ ເພື່ອຊອກທາງແກ້ໄຂ. ນັບແຕ່ການລະບາດຂອງໂຄວິດ 19 ຈົນມາຮອດໄລຍະປັດຈຸບັນ ໄດ້ມີອັດຕາການປະລະການຮຽນໃນລະດັບສາມັນຫຼາຍຂຶ້ນ. ວ່າງບໍ່ດົນຜູ້ຂຽນໄດ້ພົບກັບ ອາຈານ ມັດທະຍົມຕອນປາຍ ທີ່ເພິ່ນເຄີຍສິດສອນຜູ້ຂຽນ ໄດ້ເລົ່າສະພາບສູ່ຟັງວ່າ “ໃນປັດຈຸບັນ ຢູ່ ມັດທະຍົມຕອນປາຍພວກເຮົາ ມີການປະລະການຮຽນຂອງນັກຮຽນເພີ່ມຂຶ້ນ, ນັກຮຽນທີ່ຕັ້ງໃຈຮຽນມີໜ້ອຍລົງ ຍ້ອນຫຼາຍສາເຫດ ນັບແຕ່ການ ຕິດຢາເສບຕິດ, ໂທລະສັບມືຖື, ສະພາບເສດຖະກິດຄອບຄົວ”.
ນອກນັ້ນ ທ່ານ ອຳນວຍການຂອງໂຮງຮຽນ ວິຊາຊີບ ຢູ່ນະຄອນຫຼວງວຽງຈັນ ແຫ່ງໜຶ່ງເວົ້້າສູ່ຟັງວ່າ “ປີນີ້ນັກຮຽນຫຼຸດລົງ 42% ຖ້າທຽບໃສ່ໄລຍະກ່ອນການລະບາດຂອງໂຄວິດ 19 ເຊິ່ງເຂົ້າໃຈວ່າ ການຊອກວຽກພາຍຫຼັງຮຽນຈົບເປັນສິ່ງທ້າທາຍຕົ້ນຕໍ ວ່າຈະມີເງິນເດືອນພໍກຸ້ມກິນ ຫຼືບໍ່ ແລະດຽວນີ້ ກໍມີຊ່ອງທາງຫາເງິນອື່ນ ເຊັ່ນ ຄ້າຂາຍອອນລາຍ ເຊິ່ງເປັນປັດໄຈທີ່ເຮັດໃຫ້ນັກຮຽນໜ້ອຍລົງ”.
ນອກນັ້ນ ຜູ້ຂຽນຍັງໄດ້ ລົມນຳ ໄວໜຸ່ມຜູ້ໜຶ່ງ ອາຍຸປະມານ 16-17 ປີ ມາຈາກ ແຂວງບໍລິຄຳໄຊ ທີ່ຍາດເວລາຍາມພັກຮຽນ ມາເຮັດວຽກຫາເງິນເປັນພະນັກງານເສີບຢູ່ຮ້ານອາຫານແຫ່ງໜຶ່ງໃນ ນະຄວນຫຼວງວຽງຈັນ ເວົ້້າສູ່ຟັງວ່າ “ນ້ອງຫາກໍມາເປັນພະນັກງານເສີບໄດ້ 3 ອາທິດຫຼັງພັກຮຽນ ມານຳກັນ 4 ຄົນ ທີ່ຮຽນຫ້ອງດຽວກັນ ເຊິ່ງປີໜ້າຈະຂຶ້ນ ມ 5 ແຕ່ພວກນ້ອງຕັດສິນໃຈວ່າຈະບໍ່ກັບໄປຮຽນອີກ, ຈະພາກັນອອກໝົດ” ໄດ້ຍິນຄືແນວນັ້ນ ຜູ້ຂຽນຕົກໃຈຫຼາຍ ເລີຍຖາມວ່າ ຍ້ອນຫຍັງຈຶ່ງບໍ່ຢາກຮຽນຕໍ່ “ຍ້ອນຫຼາຍຄົນອອກ, ຢາກຫາເງິນຊ່ວຍພໍ່ແມ່ ເພາະພໍ່ແມ່ບໍ່ມີເງິນສົ່ງຮຽນ ແລະບໍ່ຮູ້ຊິໄປຮຽນຫຍັງ…”.
ປະເທດເຮົາຍັງຕ້ອງການຊັບພະຍາກອນມະນຸດທີ່ມີຄຸນນະພາບຢ່າງຫຼວງຫຼາຍ ບັນຈຸເຂົ້າໃນການຂະ ແໜງການຕ່າງໆ ບໍ່ວ່າເປັນ ວຽກງານສາທາລະນະສຸກ, ການສຶກສາ, ພັດທະນາຊົນນະບົດ, ຂະແໜງວິຊາການຕ່າງໆ ເພື່ອປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ແຕ່ເມື່ອອັດຕາການເຂົ້າຮຽນຂອງໄວໜຸ່ມຫຼຸດລົງຄືແນວນີ້ ແມ່ນທ້າທາຍຕໍ່ການບຸກທະລຸ ຊັບພະຍາ ກອນມະນຸດທີ່ມີຄຸນນະພາບໃນປະເທດເຮົາ, ເຮັດໃຫ້ການບັນຈຸພະນັກງານໃນຂະແໜງການຕ່າງໆ ບໍ່ພຽງພໍ ຂາດທັງຄຸນນະພາບ ແລະ ປະລິມານ, ເມື່ອເປັນເຊັ່ນນັ້ນ ອາດເກີດການຫຼັ່ງໄຫຼ ຂອງຄົນຕ່າງ ປະເທດເຂົ້າມາລາວ, ໄວໜຸ່ມລາວ ຈະກາຍເປັນພຽງແຕ່ກຳມະກອນ ຫຼື ຜູ້ໃຊ້ແຮງງານ ເຮັດວຽກງານຂັ້ນຕໍ່າ ທີ່ຄ່າແຮງງານຖືກ.
ລັດຖະບານຮັບຮູ້ບັນຫານີ້ດີ ແລະກຳລັງສຸມຄວາມພະຍາຍາມໃນການແກ້ໄຂ ໂດຍສະເພາະການອອກນະໂຍບາຍ ການສົ່ງເສີມຮຽນວິຊາຊີບທີ່ມີເບ້ຍລ້ຽງ, ການແກ້ໄຂບັນຫາ ຂາດແຄນຄູ ແລະນະ ໂຍບາຍອື່ນໆ. ສິ່ງສຳຄັນວ່າ ຈະເຮັດແນວໃດ ສ້າງໃຫ້ມີສັດທາ ຂອງໄວໜຸ່ມໃນການຮຽນຕໍ່ ຄືດັ່ງເປັນໃນອາດີດຜ່ານມາ ເຊັ່ນວ່າ ຮຽນຈົບແລ້ວ ມີວຽກເຮັດງານທຳທີ່ດີ ມີເງິນເດືອນກຸ້ມກິນ, ຫຼຸດພົ້ນຈາກວົງຈອນຂອງຄວາມທຸກຍາກ. ນອກນັ້ນ, ການສຶກສາແມ່ນພື້ນຖານສຳຄັນ ຂອງການປະກອບອາຊີບຕ່າງໆ ຮວມທັງການປະກອບທຸລະກິດ.
ການປັບປຸງຂອດການບໍລິຫານການສຶກສາ, ການຊຸກຍູ້ສົ່ງເສີມການສຶກສາ ທີ່ສອດຄ່ອງກັບຄວາມຕ້ອງການຕະຫຼາດແຮງງານພາຍໃນປະເທດ, ເພີ່ມບຸກຄະລາກອນຄູ, ບິແບ່ງງົບປະມານຂອງລັດທີ່ເຄີຍເວົ້າວ່າ 17% ຂອງ ລາຍໄດ້ລວມປະເທດ (GDP) ຄືເວົ້າແຕ່ກ່ອນ ຫຼືຈຳນວນທີ່ເໝາະສົມ. ແນ່ນອນທັງໝົດນີ້ກໍອາດເຮັດບໍ່ໄດ້ຖ້າຫາກສະພາບເສດຖະກິດຂອງປະເທດຍັງຫຍຸ້ງຍາກ ແຕ່ເຖິງວ່າຈະຫຍຸ້ງ ຍາກປານໃດກໍຕາມ ຂໍບໍ່ໃຫ້ຖິ້ມວຽກງານສຶກສາ, ສ້າງຄົນໃຫ້ເຂັ້ມແຂງ ຈະຍູ້ແຮງທາງເສດຖະກິດໃຫ້ໝັ້ນທ່ຽງຕະຫຼອດໄປ.