7 ຟີເຈີທີ່ມີຢູ່ໃນ iPhone X ແລະ ຫາບໍ່ໄດ້ໃນ iPhone 8
September 22, 2017 - 11:15 AM


ເຫດການທີ່ຜ່ານໄປໃນວັນທີ 12 ກັນຍາ, ຖືເປັນຄັ້ງທໍາອິດທີ່ Apple ໄດ້ເປີດໂຕ iPhone ພ້ອມກັນ 3 ຮຸ່ນເຊັ່ນ: iPhone 8, iPhone 8 Plus ແລະ iPhone X ນັບແຕ່ປີ 2014 ທີ່ Apple ເປີດໂຕ iPhone 6 ກັບ iPhone 6 Plus ເປັນຄື iPhone ລະດັບຮູບຮ່າງ ຈົນມາເຖິງປີຫລ້າສຸດນີ້ ທີ່ iPhone 8 Plus ບໍ່ໄດ້ຢູ່ໃນລະດັບບົນສຸດແລ້ວ ເພາະມີ iPhone X ອອກມາພ້ອມກັນນັ້ນເອງ.
ແນວໃດກໍຕາມ iPhone 8, iPhone 8 Plus ແລະ iPhone X ລ້ວນໃຊ້ຊິປ All Bionic ສະໜັບສະໜູນການສາກໄຮ້ສາຍ, ມີຈຸໃນຕົວເທົ່າກັນ (64GB/256GB), ກັນນໍ້າ ແລະ ລະອອງຝຸ່ນລະດັບດຽວກັນ (IP67) ແຕ່ແນ່ນອນວ່າຕ້ອງມີບາງຢ່າງທີ່ເຮັດໃຫ້ iPhone X ຢູ່ເໜືອກວ່າ ແລະ ໄດ້ສະຫຼຸບມາໃຫ້ແລ້ວ ກັບ 7 ຟີເຈີທີ່ມີສະເພາະໃນ iPhone X ເທົ່ານັ້ນ.
- ຈໍສະແດງຜົນ OLED ແລະ HDR: ເຖິງວ່າ iPhone ທັງ 3 ຮຸ່ນຈະສະໜັບສະໜູນ HDR10 ແລະ Dolby Vision ແຕ່ iPhone X ເປັນພຽງຮຸ່ນດຽວທີ່ໃຊ້ຈໍສະແດງຜົນ HDR ຢ່າງແທ້ຈິງ ດ້ວຍເຕັກໂນໂລຊີ OLED ໃຫ້ອັດຕາສ່ວນ 1.000.000:1 ຈຶ່ງມີຄວາມຄົມຊັດສູງກວ່າ iPhone 8, iPhone 8 Plus ທີ່ມີອັດຕາສ່ວນ 1.400:1 ແລະ 1.300:1 ຕາມລໍາດັບ. ນອກຈາກນີ້ ຈໍສະແດງຜົນ OLED ທີ່ Apple ເອີ້ນວ່າ Super Retina HD ຍັງໃຫ້ສີດໍາທີ່ດໍາສະໜິດ ດ້ວຍການປິດພິກເຊລ ເຮັດໃຫ້ປະຢັດພະລັງງານກວ່າຈໍສະແດງຜົນ LCD ຂອງ iPhone 8.


- ແບັດເຕີຣີທີ່ມີອາຍຸການໃຊ້ງານໄດ້ດົນກວ່າ.


- ລະບົບປ້ອງກັນພາບສັ່ນໄຫວ OIS ແບບຄູ່.


- Face ID : ລະບົບຈົດຈໍາໃບໜ້າ ເປັນຟີເຈີທີ່ພົບໄດ້ສະເພາະ iPhone X ເທົ່ານັ້ນ.


- ຖ່າຍພາບ Portrait ດ້ວຍກ້ອງໜ້າ: ປົກກະຕິແລ້ວໂຫມດ Portrait ຈະໃຊ້ໄດ້ສະເພາະກ້ອງດ້ານຫຼັງຂອງ iPhone 8, iPhone 8 Plus ແລະ iPhone X ເທົ່ານັ້ນ ແຕ່ iPhone X ກໍຍັງສາມາດໃຊ້ກ້ອງດ້ານໜ້າ ຖ່າຍພາບໂຫມດ Portrait ໄດ້ດ້ວຍ Apple ເອີ້ນວ່າ Portrait Mode Selfies ໂດຍອາໄສຄຸນສົມບັດຂອງກ້ອງ TrueDepth.


- ຖ່າຍພາບ Portrait Lighting ດ້ວຍກ້ອງໜ້າ: ເພີ່ມເຕີມຈາກຟີເຈີ Portrait Mode Selfies ກ້ອງໜ້າຂອງ iPhone X ຍັງມີຟີເຈີ Portrait Lighting ຫຼື ການຈັດແສງພາບຖ່າຍພາບບຸກຄົນ ໂດຍການໃຊ້ອັລກໍຣິທີມວິເຄາະພາບແສງທີ່ກະທົບລົງໃນໃບໜ້າ ແລ້ວຊ່ວຍສ້າງເອັກເຟັກ ເພື່ອຈັດແສງໃຫ້ເໝາະສົມ ເຮັດໃຫ້ພາບຖ່າຍໃບໜ້າຂອງເຮົາອອກມາງາມ ຄືກັບມີຊ່າງພາບມືອາຊີບມາຖ່າຍໃຫ້.


- Animoji ກ້ອງ TrueDepth ຂອງ iPhone X ຖືກນໍາມາໃຊ້ປະໂຫຍດຈົນເກີດຟີເຈີໃຫມ່ທີ່ຫາບໍ່ໄດ້ຈາກ iPhone ຮຸ່ນອື່ນ ນັ້ນຄື Animoji ຮູບພາບໃບໜ້າຕົວລະຄອນໜ້າຮັກທັງ 12 ແບບ ທີ່ສາມາດສະແດງສີໜ້າຕາມໃບໜ້າຂອງເຮົາໄດ້ ຈາກການໃຊ້ກ້ອງ TrueDepth ກວດຈັບກ້າມຊີ້ນບົນໃບໜ້າກວ່າ 50 ຮູບແບບ ວິທີໃຊ້ງານໃຫ້ເລີ່ມຈາກເລືອກ Animoji ທີ່ຕ້ອງການຈາກ 12 ຮູບແບບ ແລ້ວກໍບັນທຶກສຽງພ້ອມສະແດງອອກທາງສີໜ້າ ສໍາເລັດແລ້ວກໍແຊອອກໄປໃຫ້ໝູ່ເພື່ອນ ໄດ້ທັນທີຜ່ານແອັບຂໍ້ຄວາມ.

