3 ບັນຫາຫລັກທີ່ ຂະແໜງການສຶກສາ ປະເຊີນ ໃນ 2 ສົກຮຽນຜ່ານມາ


ທ່ານ ສີທອງ ສີຂາວ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ລາຍງານຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2022-2023 ໃນວັນທີ 21-22 ສິງຫາ 2023 ວ່າ: ການຈັດຕັ້ງປະຕິບັດວຽກຈຸດສຸມທີ່ເປັນບູລິມະສິດຕ່າງໆກໍານົດໃນແຜນ ໃນ 2 ສົກຮຽນຜ່ານມາ (ສົກ 2021-2022 ແລະ 2022-2023) ແມ່ນມີ 3 ບັນຫາເຊິ່ງເປັນສິ່ງທ້າທາຍປະເຊີນຢູ່ ຄື: ການເຂົ້າຮຽນຫລຸດລົງໃນທຸກຊັ້ນທຸກສາຍ; ການປະລະການຮຽນເພີ່ມຂຶ້ນ; ຄຸນນະພາບ ຫລື ຜົນການຮຽນຂອງນັກຮຽນຕໍ່າ ທຽບໃສ່ມາດຕະຖານຂອງຫລັກສູດ; ປະສິດທິພາບໃນການນໍາໃຊ້ຊັບພະຍາກອນຍັງບໍ່ສູງເທົ່າທີ່ຄວນ.
ປັດໄຈ ແລະ ສາເຫດທີ່ກໍ່ໃຫ້ເກີດບັນຫາເຫລົ່ານີ້ ແມ່ນສະສົມມາຈາກສະພາບການລະບາດຂອງພະຍາດໂຄວິດ-19 ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຍ້ອນປັດໄຈຕ່າງໆທັງພາຍໃນ ແລະ ພາຍນອກ ໂດຍສະເພາະແມ່ນ ປັດໄຈດ້ານພູມສາດ ແລະ ສະຖານການສຶກສາ ເຊິ່ງມີບາງເຂດ, ບາງບ້ານ ໂຮງຮຽນຕັ້ງຢູ່ໄກບ້ານ ເຮັດໃຫ້ການໄປໂຮງຮຽນມີຄວາມຫຍຸ້ງຍາກ, ໂຮງຮຽນມັດທະຍົມບໍ່ມີຫໍພັກໃຫ້ນັກຮຽນທີ່ຢູ່ບ້ານໄກ, ນັກຮຽນຍັງນ້ອຍບໍ່ສາມາດທຽວໄປຮຽນໄດ້, ສະຖານການສຶກສາຂາດອຸປະກອນສິລະປະ, ກິລາ ແລະ ເຄື່ອງທົດລອງວິທະຍາສາດ ເຮັດໃຫ້ຂາດແຮງຈູງໃຈໃຫ້ເດັກມາຮຽນປົກກະຕິ, ສະພາບແວດລ້ອມຂອງໂຮງຮຽນບໍ່ເປັນທີ່ດຶງດູດຈິດໃຈນັກຮຽນ, ອາຄານສະຖານເປ່ເພ, ໂຕະຕັ່ງບໍ່ພຽງພໍ; ຜູ້ບໍລິຫານການສຶກສາ, ຄູສອນ ແລະ ຜູ້ປົກຄອງນັກຮຽນ ຈຳນວນໜຶ່ງ ຂາດຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນຍັງບໍ່ສູງ, ການລົງຊຸກຍູ້ຕິດຕາມການຈັດການສຶກສາຂອງຜູ້ບໍລິຫານການສຶກສາຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງຍັງບໍໍ່ທັນມີຈຸດສຸມ ແລະ ເຮັດເປັນປົກກະຕິ ຍ້ອນຂາດປັດໄຈອໍານວຍຄວາມສະດວກ, ການປະສານສົມທົບລະຫວ່າງໂຮງຮຽນ ກັບ ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູ້ປົກຄອງນັກຮຽນບາງແຫ່ງ ຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ, ການຂຶ້ນຫ້ອງຂອງຄູອາຈານຈໍານວນໜຶ່ງແມ່ນບໍ່ປົກກະຕິ ແລະ ບໍ່ທັນປະຕິບັດຕາມໂມງເວລາ, ຄູຈຳນວນໜຶ່ງຍັງຂາດຄວາມຮູ້ຕໍ່ຫລັກສູດ ແລະ ວິຊາສິດສອນສອນ ຍ້ອນຂາດການຝຶກອົບຮົມ ຫລື ການຝຶກອົບຮົມ ຍັງບໍ່ທົ່ວເຖິງ ແລະ ເລິກເຊິ່ງ, ຄູບໍ່ພຽງພໍ ເຮັດໃຫ້ສອນຫລາຍວິຊາ, ສອນຫລາຍຫ້ອງ ແລະ ສອນຫ້ອງຄວບ ອັນນໍາໄປສູ່ຄຸນນະພາບຕໍ່າ, ບັນຫາຄອບຄົວຂອງນັກຮຽນ ເປັນຕົ້ນຄວາມອົບອຸ່ນ, ການສົ່ງເສີມຂອງພໍ່ແມ່, ນັກຮຽນຕິດເກມ, ຕິດຢາເສບຕິດ, ນັກຮຽນຈໍານວນໜຶ່ງອອກໂຮງຮຽນເພື່ອສ້າງຄອບຄົວແຕ່ອາຍຸຍັງນ້ອຍ.
ປັດໄຈທາງເສດຖະກິດ-ສັງຄົມ ເປັນຕົ້ນແມ່ນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງຄອບຄົວ, ການປະກອບອາຊີບຂອງພໍ່ແມ່/ຜູ້ປົກຄອງນັກຮຽນ ສ່ວນຫລາຍປະກອບອາຊີບກະສິກໍາອີງໃສ່ທໍາມະຊາດ, ລາຍຮັບບໍ່ສົມຄູ່ກັບລາຍຈ່າຍ, ໄປອອກແຮງງານໃນເມືອງ ແລະ ຢູ່ຕ່າງປະເທດ ໄດ້ຊັກຈູງລູກຫລານໄປນໍາ, ຄວາມເຂົ້າໃຈຂອງພໍ່ແມ່/ຜູ້ປົກຄອງຂອງນັກຮຽນຕໍ່ຄວາມສໍາຄັນຂອງການສຶກສາຍັງບໍໍ່ສູງ ເຊິ່ງສະແດງອອກດ້ວຍການປຽບທຽບລູກຕົນເອງກັບຜູ້ທີ່ຮຽນຈົບກໍ່ບໍ່ມີວຽກເຮັດງານທໍາ, ຄອບຄົວນັກຮຽນຂາດແຮງງານໃນການທໍາການຜະລິດ ແລະ ໃຫ້ລູກອອກໂຮງຮຽນເພື່ອທໍາການຜະລິດ ແລະ ອື່ນໆອີກ. ນົດນະໂຍບາຍ ແລະ ກົນໄກ ຊຸກຍູ້ສົ່ງເສີມຕາມຄວາມເໝາະສົມ.