ຊານຕິ ກາຊໍລ້າ ອາດີດກອງກາງ ອາຣເຊນໍລ ອາຍຸ 38 ປີ ຍ້າຍຮ່ວມ ຣຽວ ໂອວີໂດ້ ທີມລີກສອງຂອງແອັສປາຍ
August 17, 2023 - 4:01 PM



ຊານຕິ ກາຊໍລ້າ ກອງກາງຊາວສະເປນ (ແອັສປາຍ), ອາດີດກອງກາງ ອາຣເຊນໍລ, ປັດຈຸບັນ ເຖິງວ່າອາຍຸ 38 ປີ ແຕ່ຍັງສືບຕໍ່ຍຶດອາຊີບຕໍ່ໄປ ຫລ້າສຸດໄດ້ສັງກັດໃໝ່ ຣຽວ ໂອວີໂດ້ ທີມໃນເຊກັນດ້າ ດີວີຊັ່ນ (ລີກອັນດັບສອງຂອງແອັສປາຍ) ເຊິ່ງເປັນທີມທີ່ປຸກປັ້ນ ກາຊໍລ້າ ມາແຕ່ນ້ອຍ ເຊັນສັນຍາ 1 ປີ.
ກາຊໍລ້າ ຫາກໍໝົດສັນຍາກັບ ອາວ ຊ໊າດ ທີມດັງໃນລີກສູງສຸດຂອງກາຕ້າ ຫລັງຈົບລະດູການຜ່ານມາ, ກາຊໍລ້າ ຍຶດອາຊີບເຕະບານມາແຕ່ປີ 2003 ຕະຫລອດອາຊີບຫລິ້ນກັບ 6 ສະໂມສອນໃນ 3 ປະເທດຄື: ແອັສປາຍ, ອັງກິດ ແລະ ກາຕ້າ ເຊັ່ນ: ທີມ ບີຢາຣຽວ, ເຣຄຣີຕີໂວ້ ຮູເອວວາ, ມາລາກ້າ, ອາຣເຊນໍລ, ອາວ ຊ໊າດ ແລະ ຣຽວ ໂອວີໂດ້.
ຕະຫລອດອາຊີບ ກາຊໍລ້າ ລົງຫລິ້ນ 687 ນັດ ຍິງ 138 ປະຕູ, ໄດ້ແຊ້ມ ອິນເຕີ ໂຕໂຕ້ຄັບ ກັບ ບີຢາຣຽວ ໜຶ່ງສະໄໝ, ແຊ້ມ ເອັຟເອຄັບ ແລະ ຄອມມູນີຕີ້ຊິວ ກັບ ເດີ ກັນເນີ້ ຢ່າງລະສອງສະໄໝ, ແຊ້ມລີກສູງສຸດຂອງກາຕ້າ ແລະ ແຊ້ມ Emir of Qatar Cup ຢ່າງລະສອງສະໄໝ, ພ້ອມກັນນີ້ ກໍໄດ້ແຊ້ມ Qatar Cup ແລະ Qatari Stars Cup ຢ່າງລະໜຶ່ງສະໄໝ.