ອຸຕຸເຕືອນເຝົ້າລະວັງ!! ສະພາບນໍ້າຖ້ວມ ແລະ ດິນເຈື່ອນ ໄລຍະວັນທີ15-20 ສິງຫາ 2023


ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໃຫ້ເຝົ້າລະວັງສະພາບນໍ້າຖ້ວມ ແລະ ດິນເຈື່ອນ ໃນເນື່ອງຈາກວ່າໃນໄລຍະ 1 ອາທິດ ຕໍ່ໜ້າ ວັນທີ 15-20 ສິງຫາ 2023 ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງ ພາກເໜືອ ແລະ ພາກກາງ, ເຊິ່ງອາດຈະເຮັດໃຫ້ລະດັບແມ່ນໍ້າ ສາຂາສູງຂຶ້ນ. ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມແຄມແມ່ນໍ້າຈົ່ງມີສະຕິລະມັດລະວັງສະພາບນໍ້າຖ້ວມ ແລະ ດິນເຈື່ອນ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາ ແຂວງພາກ ເໜືອ ແລະ ພາກກາງ ແລະ ຜູ້ທີ່ອາໄສຢູ່ແຄມສາຂາແມ່ນໍ້າ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ເກີດມີ ດິນເຈື່ອນ, ນໍ້າຖ້ວມຊູ ແລະ ນໍ້າຖ້ວມອັ່ງ ທີ່ອາດຈະເກີດຂຶ້ນ. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດ ລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.