ປຶກສາຫາລືເພື່ອກຳນົດຊີ້ວັດການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ຄວາມສະເໝີພາບ ຍິງ-ຊາຍ

- 123555555 - ປຶກສາຫາລືເພື່ອກຳນົດຊີ້ວັດການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ຄວາມສະເໝີພາບ ຍິງ-ຊາຍ
- kitchen vibe - ປຶກສາຫາລືເພື່ອກຳນົດຊີ້ວັດການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ຄວາມສະເໝີພາບ ຍິງ-ຊາຍ

ໃນວັນທີ 21 ກັນຍານີ້, ທີ່ ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກໄດ້ຈັດກອງປະຊຸມເພື່ອປຶກ ສາຫາລືການກຳນົດຕົວຊີວິດ ການຈັດຕັ້ງປະຕິບັດແຜນ ດຳ ເນີນງານແຫ່ງຊາດ ເພື່ອຄວາມ ສະເໝີພາບຍິງ-ຊາຍຂຶ້ນທີ ສຳ ນັກງານສູນກາງສະຫະພັນແມ່ ຍິງລາວ, ໂດຍການເປັນປະທານ ຂອງທ່ານ ຫົວໜ້າຫ້ອງການ ກອງ ເລຂາຄະນະ ກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ, ມີຜູ້ ເຂົ້າຮ່ວມຈາກບັນດາພະແນກ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໂດຍໄດ້ຮັບການ ສະໜັບສະໜູນທຶນ ຈາກທະນາ ຄານພັດທະນາອາຊີ (ADB) ແນ່ໃສເພື່ອປຶກສາຫາລື ແລະ ກຳນົດຕົວຊີ້ວັດກ່ຽວກັບຄວາມ ສະເໝີພາບຍິງ-ຊາຍ ເຂົ້າໃນ ຂອບການຕິດຕາມກວດກາ ແລະ ຕີລາຄາຜົນແຜນດຳເນີນງານ ແຫ່ງຊາດ ເພື່ອຄວາມສະເໝີ ພາບຍິງ-ຊາຍ 5 ປີ ຄັ້ງທີ III (2016-2020) ແລະ ລະດົມ ຄວາມຄິດເຫັນກັບບັນດາຂະ ແໜງການທີ່ກ່ຽວຂ້ອງເພື່ອ ຮ່ວມກັນກຳນົດຕົວຊີ້ວັດເຂົ້າ ໃນຂອບການຕິດຕາມກວດກາ ແລະ ຕີລາຄາ, ໂດຍການນຳໃຊ້ ແຜນດຳເນີນງານແຫ່ງຊາດ ເພື່ອ ຄວາມສະເໝີພາບ ຍິງ-ຊາຍ 5ປີຄັ້ງທີ III (2016-2020), ແຜນຍຸດທະສາດ ແລະ ແຜນ ດຳເນີນງານຂອງຂະແໜງກ່ຽວຂ້ອງຕ່າງໆ.

 

- Visit Laos Visit SALANA BOUTIQUE HOTEL - ປຶກສາຫາລືເພື່ອກຳນົດຊີ້ວັດການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ຄວາມສະເໝີພາບ ຍິງ-ຊາຍ

+ ນະຄອນຫລວງປຶກສາຫາລືການພັດທະນາກຸ່ມຜະລິດກະສິກໍາເປັນສະຫະກອນ

+ ກອງປະຊຸມພົບປະປຶກສາຫາລືລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດລາວ-ກຳປູເຈຍ

ພ້ອມນັ້ນ, ກໍເປັນການຍົກ ສູງຄວາມສາມາດໃຫ້ພະນັກ ງານ (ຄກມດ) ຂັ້ນກະຊວງ, ອົງ ການກ່ຽວກັບວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳ ແນກຕໍ່ແມ່ຍິງ, ທັງເປັນການຍົກ ສູງຄວາມຮັບຜິດຊອບຂອງພະ ນັກງານ(ຄກມດ) ໃນການ ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນດຳ ເນີນງານແຫ່ງຊາດ ເພື່ອຄວາມ ສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ III (2016-2020) ຢ່າງມີປະ ສິດທິຜົນ.

 

- 3 - ປຶກສາຫາລືເພື່ອກຳນົດຊີ້ວັດການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ຄວາມສະເໝີພາບ ຍິງ-ຊາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!