ບໍລິການ LaosEdu
August 2, 2023 - 12:50 PM


ບໍລິການ LaosEdu ແມ່ນລະບົບຄຸ້ມຄອງບໍລິຫານໂຮງຮຽນແບບລວມສູນ ເພື່ອແກ້ໄຂບັນຫາການຄຸ້ມຄອງເອກະສານ, ຂໍ້ກຳນົດຕ່າງໆຂອງໂຮງຮຽນ, ຄຸ້ມຄອງຄູອາຈານ, ຄຸ້ມຄອງນັກຮຽນ, ຄຸ້ມຄອງຫ້ອງຮຽນ ແລະ ຂໍ້ມູນອື່ນໆພາຍໃນໂຮງຮຽນ. ນອກນັ້ນລະບົບຍັງເຊື່ອມໂຍງກັບລະບົບສົ່ງຂໍ້ຄວາມ SMS – brandname ເພື່ອແຈ້ງເຕືອນຄູອາຈານ ແລະ ຜູ້ປົກຄອງນັກຮຽນສາມາດຕິດຕາມຜົນການຮຽນການສອນແບບອອນລາຍ.
- LaosEdu ມີຄຸນສົມບັດ ແລະ Process ການເຮັດວຽກມີຫຍັງແດ່?
- ຄຸ້ມຄອງຂໍ້ມູນໂຮງຮຽນ,ສົກຮຽນ, ວິຊາຮຽນ, ຫ້ອງຮຽນ, ຕາຕະລາງການຮຽນ, ເອກະສານຂອງໂຮງຮຽນ.
- ຄຸ້ມຄອງຂໍ້ມູນນັກຮຽນ, ການໝາຍຂາດ, ຜົນການຮຽນ, ການຕິດຕໍ່, ປະຫວັດນັກຮຽນ, ການປະເມີນນັກຮຽນ ແລະ ການໃຫ້ຄະແນນ.
- ຄຸ້ມຄອງຄູ, ປະເມີນ ແລະ ຕີລາຄາຈັດອັນດັບຄູອາຈານ.
- ຈັດການຮຽນ-ການສອນ, ການສອບເສັງຜ່ານທາງ ONLINE.
- ຄຸ້ມຄອງຫ້ອງສະໝຸດຂອງທາງໂຮງຮຽນ.
- Process ລະບົບຈະມີ:
- ໂຮງຮຽນ/ແອັດມິນ:
- ໂຄງຮ່າງການຈັດຕັ້ງໂຮງຮຽນ
- ຕັ້ງຄ່າສົກຮຽນ
- ສ້າງວິຊາຮຽນ
- ສ້າງຫ້ອງຮຽນ
- ຈັດວິຊາຮຽນໃຫ້ເເຕ່ລະຫ້ອງຮຽນ
- ຄຸ້ມຄອງຕາຕະລາງການຮຽນ – ການສອນ
- ຂໍ້ມູນລົງທະບຽນແພັກເກັດໃຫ້ຜູ້ປົກຄອງ
- ຕັ້ງຄ່າຕາຕະລາງຄະເເນນ
- ຕັ້ງຄ່າລ໋ອກການປ້ອນຄະເເນນ
- ຕັ້ງຄ່າຄ່າຮຽນ
- ຕັ້ງຄ່າ Zoom ໃຫ້ອາຈານທີ່ມີການຮຽນ – ສອນແບບ Online
- ຄຸ້ມຄອງຂໍ້ມູນຂອງຄູອາຈານ ແລະ ນັກຮຽນ
- ມອບໝາຍການສອນແຕ່ລະວິຊາໃຫ້ອາຈານ
- ຍົກຍ້າຍນັກຮຽນ
- ຄຸ້ມຄອງການຕິດຕໍ່
- ຄຸ້ມຄອງການຮຽນ – ການສອບເສັງແບບ Online
- ຄຸ້ມຄອງຫ້ອງສະໝຸດ
- ຄູອາຈານ
- ຕີລາຄາຈັດອັນດັບຄູອາຈານ
- ຄຸ້ມຄອງຂໍ້ມູນນັກຮຽນ
- ປ້ອນຄະແນນ
- ໝາຍຂາດ.
- ຕີລາຄາຈັດປະເພດນັກຮຽນ
- ຕິດຕໍ່ຫາຜູ້ປົກຄອງ
- ສ້າງບົດການຮຽນ – ການສອນແບບ Online
- ຜູ້ປົກຄອງ:
- ຕິດຕາມການໄປໂຮງຮຽນຂອງລູກ
- ຄຸ້ມຄອງເອກະສານຂອງລູກ
- ປະຫວັດການສຶກສາ
- ຕາຕະລາງການຮຽນ.
- ຕິດຕາມເເຈ້ງການຕ່າງໆຈາກໂຮງຮຽນ
- ຂັ້ນຕອນການຕັ້ງຄ່າລະບົບ
- ຕັ້ງຄ່າໂຮງຮຽນ:ຜູ້ໃຊ້ສາມາດຕັ້ງຄ່າເອງໄດ້ໃນລະບົບໂດຍອິງໃສ່ໂຄງຮ່າງການຈັດຕັ້ງຂອງແຕ່ລະໂຮງຮຽນ
- ຄຸ້ມຄອງຄູ-ອາຈານ:ນັບແຕ່ການແບ່ງຕາຕະລາງການສອນທຸກໆ ມື້ຈົນເຖີງການປະເມີນໃນແຕ່ລະປີ
- ຄຸ້ມຄອງນັກຮຽນ:ນັບແຕ່ຕາຕະລາງຮຽນຈົນຮອດການຄຸ້ມຄອງຄະແນນການຮຽນ,ການສອບເສັງໃນແຕ່ລະປີ
- ສື່ສານອອນລາຍ:ຕິດຕໍ່ຄູອາຈານຜ່ານລະບົບການຕິດຕໍ່ຂອງໂຮງຮຽນ – ຜູ້ປົກຄອງ
- ເອກະສານ:ຄຸ້ມຄອງບັນດາຂໍ້ກຳນົດ ແລະ ເອກະສານພາຍໃນຂອງໂຮງຮຽນ
- ລາຍງານຜົນການສອບເສັງ:ຄຸ້ມຄອງຜົນການສອບເສັງທົ່ວໂຮງຮຽນ ແລະ ແຕ່ລະຫ້ອງຮຽນ
- ນອກຈາກນັ້ນໃນລະບົບການສຶກສາ LaosEdu ຍັງມີອີກ 1 Function ຄື: U–Learn
U–Learn ເປັນເຄື່ອງມືທີ່ຊ່ວຍໃຫ້ທຸກຄົນສາມາດເຂົ້າເຖິງການສຶກສາ ແລະ ຮຽນຮູ້ສິ່ງໃໝ່ໆໄດ້ງ່າຍຂຶ້ນຜ່ານພື້ນທີ່ການສຶກສາຮຽນຮູ້ແບບອອນລາຍ. ນອກຈາກນີ້ຍັງຊ່ວຍໃຫ້ບຸກຄົນທີ່ມີຄວາມຮູ້ຄວາມສາມາດສ້າງລາຍຮັບໄດ້ຜ່ານ U-learn. ມີ 2 ພາກສ່ວນທີ່ເຂົ້າໃຊ້ລະບົບຄື: ຜູ້ຊື້ ແລະ ຜູ້ຂາຍ.
- ຄຸນສົມບັດຂອງ U–Learn
U-Learn ແບ່ງຄຸນສົມບັດອອກເປັນ 2 ພາກສ່ວນຄື: ຄຸນສົມບັດຂອງຜູ້ຂາຍ ແລະ ຄຸນສົມບັດຂອງຜູ້ຊື້.
- ຄຸນສົມບັດຂອງຜູ້ຂາຍ.
- ສາມາດຄຸ້ມຄອງການຂາຍໄດ້ຄື: ຂາຍຫຼັກສູດການສອບເສັງ, ຫຼັກສູດການຮຽນ – ການສອນ, ປື້ມ.
- ສາມາດຊື້ – ຂາຍຜ່ານລະບົບໄດ້.
- ສາມາດຮຽນ ແລະ ທົດລອງສອບເສັງໄດ້.
- ສາມາດຊຳລະຄ່າບໍລິການຜ່ານລະບົບໄດ້.
- ຄຸນສົມບັດຂອງຜູ້ຂາຍ.
- ສາມາດເຂົ້າມາເລືອກຊື້ຄອສຮຽນ, ບົດສອບເສັງ ແລະ ປື້ມໃນລະບົບ.
- ສາມາດທົດລອງສອບເສັງຢູ່ໃນລະບົບ.
- ສາມາດຊຳລະຄ່າບໍລິການຜ່ານລະບົບໄດ້.
- ຜົນປະໂຫຍດທີ່ໄດ້ຮັບຈາກການນໍາໃຊ້ລະບົບ LaosEdu ແລະ U–Learn ມີ:
- ຜົນປະໂຫຍດຂອງ LaosEdu:
- ສາມາດຄຸ້ມຄອງເອກະສານ/ແຈ້ງການຕ່າງໆຂອງໂຮງຮຽນ
- ຄຸ້ມຄອງຂໍ້ມູນຄູອາຈານ ແລະ ນັກຮຽນ
- ພໍ່ແມ່ຜູ້ປົກຄອງສາມາດຕິດຕາມລູກໄດ້
- ຄູອາຈານ ແລະ ນັັກຮຽນສາມາດຈັດຕັ້ງຮຽນ ແລະ ສອບເສັງ
- ຜ່ານທາງ Online ໄດ້
- ສາມາດຄຸ້ມຄອງຫ້ອງສະໝຸດເພື່ອເພີ່ມຄວາມສະດວກສະບາຍໃນການຢືມ-ສົງປື້ມຫຼາຍຂຶ້ນ
- ຜົນປະໂຫຍດຂອງ U-Learn:
- ສາມາດສ້າງຄອສສອບເສັງ, ຄອສຮຽນ ແລະ ປື້ມ
- ຂາຍຜ່ານທາງອອນໄລຣ໌ໄດ້
- ສາມາດສ້າງລາຍຮັບເສີມໄດ້
- ສາມາດເຂົ້າໄປທົດລອງສອບເສັງໄດ້
- ສາມາດຮຽນ-ສອນຜ່ານທາງອອນລາຍໄດ້
- ສາມາດຊື້-ຂາຍ ແລະ ຊຳລະເງິນໄດ້