ຍັງມີກຸ່ມຄົນຈຳນວນໜຶ່ງ ຢູ່ໃນແຂວງຫວັນນະເຂດ ທີ່ເຄື່ອນໄຫວປຸກລະດົມຂົນຂວາຍເອົາເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ ແລະ ຂາຍບໍລິການທາງເພດ ຢູ່ຕ່າງປະເທດ

ຍັງມີກຸ່ມຄົນຈຳນວນໜຶ່ງ ຢູ່ໃນແຂວງຫວັນນະເຂດ ທີ່ເຄື່ອນໄຫວປຸກລະດົມຂົນຂວາຍເອົາເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ ແລະ ຂາຍບໍລິການທາງເພດ ຢູ່ຕ່າງປະເທດ - 361320294 783674606841103 7658335530257735164 n - ຍັງມີກຸ່ມຄົນຈຳນວນໜຶ່ງ ຢູ່ໃນແຂວງຫວັນນະເຂດ ທີ່ເຄື່ອນໄຫວປຸກລະດົມຂົນຂວາຍເອົາເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ ແລະ ຂາຍບໍລິການທາງເພດ ຢູ່ຕ່າງປະເທດ
ຍັງມີກຸ່ມຄົນຈຳນວນໜຶ່ງ ຢູ່ໃນແຂວງຫວັນນະເຂດ ທີ່ເຄື່ອນໄຫວປຸກລະດົມຂົນຂວາຍເອົາເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ ແລະ ຂາຍບໍລິການທາງເພດ ຢູ່ຕ່າງປະເທດ - kitchen vibe - ຍັງມີກຸ່ມຄົນຈຳນວນໜຶ່ງ ຢູ່ໃນແຂວງຫວັນນະເຂດ ທີ່ເຄື່ອນໄຫວປຸກລະດົມຂົນຂວາຍເອົາເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ ແລະ ຂາຍບໍລິການທາງເພດ ຢູ່ຕ່າງປະເທດ

ກອງປະຊຸມ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ, ດຳເນີນໄປໃນກາງເດືອນກໍລະກົດ 2023, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ ເປັນປະທານ.

ທ່ານ ແຖວຄຳ ພົມມະວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ ໄດ້ສະຫຼຸບສັງລວມການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໃນ 1 ປີຜ່ານມາ ວ່າ: ແຂວງສະຫວັນນະເຂດ ແມ່ນໜຶ່ງແຂວງທີ່ຍັງມີກຸ່ມຄົນຈຳນວນໜຶ່ງເຄື່ອນໄຫວປຸກລະດົມຂົນຂວາຍເອົາຊາວໜຸ່ມ-ຍິງສາວ ແລະ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ, ຂາຍບໍລິການທາງເພດ ແລະ ອື່ນໆຢູ່ຕ່າງປະເທດ ໂດຍຮູບການໂຄສະນາຊວນເຊື່ອ ຫຼື ຮູບການອື່ນໆ ເປັນຕົ້ນແມ່ນ ການສ້າງຄອບຄົວກັບຄົນຕ່າງປະເທດ, ເປີດຮ້ານບໍລິການກິນດື່ມ ແລະ ອື່ນໆ,ໃນ 1 ປີຜ່ານມາ, ສາມາດມ້າງຄະດີຄ້າມະນຸດ 2 ເລື່ອງ, ຈັບຄົນຮ້າຍ 2 ຄົນ,ເປັນຄົນຕ່າງປະເທດ 1 ຄົນ, ຜູ້ຖືກເຄາະຮ້າຍ ອາຍຸຕໍ່າກວ່າ 18 ປີ 2 ຄົນ ຍິງ 1 ຄົນ, ນອກນີ້,ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແມ່ຍິງ ແລະ ເດັກນ້ອຍທີ່ດ້ອຍໂອກາດ ແລະ ກຸ່ມສ່ຽງຂອງການຄ້າມະນຸດ 72 ຄົນ, ຊ່ວຍເຫຼືອຜູ້ເຄາະຮ້າຍຢູ່ຮ້ານກິນດື່ມ 5 ຄົນ, ເກັບກໍາຂໍ້ມູນແຮງງານລາວທີ່ຂ້າມຜ່ານດ່ານຂົວມິດຕະພາບ 2 ມີທັງໝົດ 114 ຄົນ, ຍິງ 38 ຄົນ, ຄົນລາວທີ່ສິ້ນສຸດການປະຕິບັດໂທດ ມາແຕ່ໄທ ມີ 78 ຄົນ ຍິງ, 31 ຄົນ, ແຮງງານລາວຖືກຊຸກດັນໃຫ້ກັບປະເທດ ມີ 33 ຄົນ, ຍິງ 7 ຄົນ.

ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະເອົາໃຈໃສ່ໃນການຕິດຕາມບັນດາກຸ່ມທີ່ເຄື່ອນໄຫວໂຄສະນາ, ປຸກລະດົມຊວນຊາວໜຸ່ມເຍົາລະຊົນໄປເຮັດວຽກຢູ່ຕ່າງປະເທດ, ການແຕ່ງດອງກັບຄົນຕ່າງດ້າວ, ຄົນຕ່າງປະເທດ, ຕິດຕາມກວດກາບັນດາ ຫ້າງຮ້ານທີ່ເປັນເປົ້າໝາຍເຄື່ອນໄຫວຕິດຕໍ່ພັວພັນກັບຍິງສາວ, ໄວລຸ້ນທີ່ຜິດຕໍ່ລະບຽບກົດໝາຍ, ລົງເຄື່ອນໄຫວເຜີຍແຜ່ນິຕິກໍາ, ກົດໝາຍ, ເງື່ອນໄຂຄວາມສ່ຽງທີ່ຈະຕົກເປັນທາດຂອງການຄ້າມະນຸດໃຫ້ພໍ່-ແມ່ປະຊາຊົນ, ຊາວໜຸ່ມ, ໄວໜຸ່ມເຍົາວະຊົນຕາມບ້ານ, ໂຮງຮຽນ, ໂຄງຈັກ-ໂຮງງານ ແລະ ບັນດາຫ້າງຮ້ານກິນດື່ມ ໃຫ້ເຂົ້າໃຈຢ່າງເລິກ

ຍັງມີກຸ່ມຄົນຈຳນວນໜຶ່ງ ຢູ່ໃນແຂວງຫວັນນະເຂດ ທີ່ເຄື່ອນໄຫວປຸກລະດົມຂົນຂວາຍເອົາເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ ແລະ ຂາຍບໍລິການທາງເພດ ຢູ່ຕ່າງປະເທດ - 5 - ຍັງມີກຸ່ມຄົນຈຳນວນໜຶ່ງ ຢູ່ໃນແຂວງຫວັນນະເຂດ ທີ່ເຄື່ອນໄຫວປຸກລະດົມຂົນຂວາຍເອົາເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ ແລະ ຂາຍບໍລິການທາງເພດ ຢູ່ຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!