ສື່ນອກເຜີຍຂ່າວ ລິເວີພູລ ກຽມດຶງຕົວ ຄິລຽນ ເອັມປັບເປ້ ມາລຸຍພຣີເມຍລີກ ແບບຢືມຕົວ


ໃນຊ່ວງຊຳເມີ້ນີ້ ຕາມທີ່ຮູ້ກັນວ່າ ຄິລຽນ ເອັມປັບເປ້ ກອງໜ້າຕົວເກັ່ງໄວ 24 ປີຂອງ ປາຣີ ແຊັງ-ແຊັກແມັງ ຕົກເປັນຂ່າວເລື່ອງການຍ້າຍທີມຢ່າງໜັກ ເນື່ອງຈາກສັນຍາຂອງເຂົາຢູ່ທີ່ ປາກ ເດ ແຟຣງ ຍັງເຫລືອອີກປະມານ 12 ເດືອນເທົ່ານັ້ນ ແລະ ບໍ່ມີທ່າທີວ່າຕໍ່ສັນຍາເພີ່ມ.
ທີ່ຜ່ານມາ, ສື່ຫລາຍສື່ໄດ້ລາຍງານວ່າ ປາຣີ ແຊັງ-ແຊັກແມັງ ຍອມຮັບຂໍ້ສະເໜີອັນມະຫາສານທີ່ບໍ່ສາມາດປະຕິເສດໄດ້ຈາກ ອັລ ຮິລາ, ແຕ່ກໍ່ແມ່ນ ເອັມບັບເປ້ ທີ່ບໍ່ຕ້ອງການຍ້າຍໄປຮ່ວມສະໂມສອນໃນ ຊາອຸດິ ລີກ. ຈຶ່ງສ້າງຄວາມບໍ່ພໍໃຈກັບຕົ້ນສັງກັດຢ່າງຫລວງຫລາຍ ເນື່ອງຈາກວ່າຖ້າບໍ່ມີການຕໍ່ສັນຍາເກີດຂຶ້ນ ໃນຊ່ວງຊຳເມີ້ນີ້ ຕໍ່ໄປພວກເຂົາຈະຕ້ອງເສຍຜູ້ຫລິ້ນໄປແບບຟຣີໆ, ເຊິ່ງຈະເຂົ້າທາງ ເຣອັລ ມາດຣິດ, ທີ່ຕິດຕາມຢູ່ຕະຫລອດເວລາ.
ແນວໃດກໍ່ຕາມເມື່ອບໍ່ດົນມານີ້ The Mirror ສື່ຊື່ດັງໄດ້ລາຍງານວ່າ ລິເວີພູລ ຂອງ ພຣີເມຍລີກ ອັງກິດ ກຳລັງເດີນເລື່ອງຂໍຢືມໂຕ ຄິລຽນ ເອັມບັບເປ້ ເປັນເວລາໜຶ່ງລະດູການ.