Here we go! ແມນຢູ ສຳເລັດການ ຄວ້າຕົວ ຮອຍລຸຍ ຈາກ ອະຕາລັນຕ້າ
July 30, 2023 - 9:09 AM


ຟາບິສຊິໂອ ໂຣມາໂນ ລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ໄດ້ບັນລຸຂໍ້ຕົກລົງກັບ ອະຕາລັນຕ້າ ໃນການຊື້ຕົວ ຣາສມຸສ ຮອຍລຸຍ ມາຮ່ວມທີມຮຽບຮ້ອຍແລ້ວ ລໍຖ້າເປີດຕົວຢ່າງເປັນທາງການ.
ຮຽກໄດ້ວ່າຂ່າວນີ້ອາດຈະເຮັດໃຫ້ແຟນບານຂອງ ຜີສາດແດງ ທີ່ຕ້ອງການໃຫ້ທີມຄວ້າກອງໜ້າທຳມະຊາດຊື້ນໃຈຂຶ້ນມາທັນທີ. ຫລັງຈາກທີ່ພວກເຂົາຕົກລົງທີ່ຈະຄວ້າຕົວດາວຍິງຈາກ ຊີເຣຍ ອາ ມາຮ່ວມທີມ. ເຊິ່ງອາທິດທີ່ຜ່ານມາ ຜີແດງ ສາມາດຕົກລົງໃນເງື່ອນໄຂສ່ວນຕົວກັບນັກເຕະໄດ້ຮຽບຮ້ອຍເຊັ່ນກັນ.
ສໍາລັບຂໍ້ຕົກລົງນີ້, ຄ່າເສຍຫາຍທີ່ ແມນເຊັສເຕີ ຢູໄນເຕັດ ຕ້ອງຈ່າຍ, ໂຣມາໂນ ແຈ້ງປະມານ 70 ລ້ານເອີໂຣບວກກັບໂບນັດ. ເຊິ່ງທັງສອງຝ່າຍກຳລັງຈັດການເລື່ອງເອກະສານ ແລະ ຕ້ອງການໃຫ້ສຳເລັດກ່ອນການເລີ່ມຕົ້ນອາທິດໜ້າ.
ຢ່າງໃດກໍຕາມ, ດາວຍິງອາຍຸ 20 ປີ ເລືອກທີ່ຈະປະຕິເສດຂໍ້ສະເຫນີກ້ອນໃຫຍ່ຈາກ ເປແອສເຊ ແລະ ຕັດສິນໃຈເຊັນສັນຍາ 5 ປີ ໃນຖິ່ນ ໂອແທຣັບຟອດ.