ໃສ່ກັນບໍ່ຢັ້ງ! ອາເຊນອລ ລົວຍິງເຄິ່ງຫລັງ ແຊງເອົາຊະນະ ບາເຊໂລນາ 5-3 ເກມອຸ່ນເຄື່ອງ
July 27, 2023 - 12:47 PM




ອາເຊນອລ ພົບ ບາເຊໂລນາ ເກມອຸ່ນເຄື່ອງໃສ່ກັນຢ່າງບໍ່ຢັ້ງ, ກ່ອນເປັນ “ປືນໃຫຍ່” ທີ່ເດັດຂາດກວ່າ ເອົາຊະນະໄປ 5-3 ແບບສຸດມັນສ.
ໄມເກລ ອາເຕຕ້າ ຈັດກຳລັງຊຸດໃຫຍ່ລົງສະໜາມອອກສະຕາສໃຫ້ ຢູຣຽນ ທິມເບີ ແລະ ໄຄ ຮາແວດ 2 ນັກເຕະປ້າຍແດງລົງຕົວຈິງ ແຕ່ບໍ່ມີຊື່ຂອງ ດີແຄນ ໄຣຊ ນັກເຕະໃໝ່ອີກຄົນທັ້ງຕົວຈິງ ແລະ ສຳຮອງ ຂະນະທີ່ ຊາວີ ເຮີນານເດຊ ນາຍໃຫຍ່ຂອງ ” ບຸນທຸ່ມ” ຄຸມທີມລົງຫລິ້ນເກມອຸ່ນເຄື່ອງຄັ້ງທຳອິດ ຫລັງນັດທຳອິດພົບກັບ ຢູເວນຕຸສ ຕ້ອງຖືກຍົກເລີກ ເນື່ອງຈາກລູກທີມເຈັບທ້ອງເກືອບໝົດທີມ. ໂດຍເລີ່ມໃຊ້ສອງກອງກາງຄົນໃໝ່ເຊັ່ນ: ອິລໄຄ ກຸນໂດກັນ ແລະ ໂອລິໂອ ໂຣເມອູ ລົງໃນຕົວຈິງ.