ໂຄງການຂຸດຄົ້ນແຮ່ທາດແບບທົດລອງຢູ່ແຂວງຊຽງຂວາງ ສ່ວນໃຫຍ່ບໍ່ມີບົດສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ

ໃນລະຫວ່າງ ວັນທີ 20-21 ກໍລະກົດ 2023 ຜ່ານມາ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ຈັດກອງປະຊຸມ ວຽກງານ ບໍ່ແຮ່ ໂດຍສະເພາະການລົງທຶນວຽກງານບໍ່ແຮ່ ພາຍໃນແຂວງ ຊຽງຂວາງ, ເປັນປະທານ ຂອງ ທ່ານ ຄຳໂສ້ ກູໂພຄຳ ຫົວໜ້າຫ້ອງການ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ເປັນປະທານຮ່ວມຂອງທ່ານ ທອງເພັດ ຈັນທະວົງ ຮອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ.
ໂຄງການລົງທຶນບໍ່ແຮ່ ຢູ່ແຂວງຊຽງຂວາງ ມີບໍລິສັດດຳເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບປົກກະຕິ ແລະ ແບບທົດລອງ ທັງໝົດ 54 ບໍລິສັດ, 55 ກິດຈະການ, ເປັນໂຄງການທີ່ຂັ້ນສູນກາງອອກອະນຸຍາດ 17 ບໍລິສັດ 18 ກິດຈະການ,ໃນນັ້ນ ໂຄງການໄລຍະຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບປົກກະຕິ ມີ 3 ບໍລິສັດ ລວມມີ ໂຄງການແຮ່ຄຳ , ໂຄງການແຮ່ຄຳ-ທອງ-ເຫຼັກ ແລະ ໂຄງການແຮ່ເຫຼັກ ຢ່າງລະ1 ບໍລິສັດ; ໂຄງການ ໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີ 4 ບໍລິສັດ ລວມມີ ໂຄງການແຮ່ຄຳ-ທອງ, ໂຄງການແຮ່ທອງ ແນວລະ1 ບໍລິສັດ ແລະ ໂຄງການຖ່ານຫີນ 2 ບໍລິສັດ; ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບທົດລອງ ມີ 10 ບໍລິສັດ ລວມມີ ໂຄງການຄໍາເຄົ້າ 1 ບໍລິສັດ, ໂຄງການແຮ່ຫາຍາກ 3 ບໍລິສັດ ແລະ ໂຄງການແຮ່ເຫຼັກ 6 ບໍລິສັດ ແລະ ໂຄງການທີ່ທ້ອງຖິ່ນອອກອະນຸຍາດມີ 37 ບໍລິສັດ, 37 ກິດຈະການ.
ໂຄງການຂຸດຄົ້ນແຮ່ທາດ ທີ່ຂັ້ນສູນກາງອອກອະນຸຍາດ ແມ່ນໄດ້ດໍາເນີນວຽກງານຢູ່ພາກສະໜາມເປັນປົກກະຕິ, ຜ່ານມາທາງກົມ ຄຸ້ມຄອງບໍ່ແຮ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີການປະເມີນຜົນຈັດປະເພດໂຄງການ ຊຶ່ງເຫັນວ່າ ຫຼາຍບໍລິສັດ ແມ່ນດໍາເນີນວຽກງານໄດ້ດີ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດ ເປັນປົກກະຕິ ແຕ່ກໍ່ຍັງມີໂຄງການຈຳນວນນຶ່ງທີ່ເຄື່ອນໄຫວວຽກງານ ບໍ່ໄປຕາມແຜນການ, ສັນຍາ ເບື້ອງຕົ້ນ, ແມ່ນໄດ້ກ່າວເຕືອນ ເພື່ອປັບປຸງ ຫຼື ແກ້ໄຂຂໍ້ບົກພ່ອງ ໃຫ້ສອດຄ່ອງຕາມລະບຽບການ, ສຳລັບໂຄງການຂຸດຄົ້ນແຮ່ທາດແບບທົດລອງນັ້ນ ສ່ວນຫຼາຍເຫັນວ່າບໍ່ມີບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂດຍສະເພາະແຜນການຂຸດຄົ້ນ, ປຸງແຕ່ງ, ຈໍາໜ່າຍ, ມາດຕະການປົກປັກຮັກສາສິ່ງແວດລ້ອມ ລວມທັງການປິດບໍ່ແຮ່.