ເວີສະເຕັບເປິ້ນ ສະຫລອງແຊ້ມ F1 ສະໜາມທີ 11 ເຮັດຂັນແຊ້ມຕົກແຕກ! ຫລັງຊ່ວຍຕົ້ນສັງກັດ ເຣດບລູ ເຣຊິ້ງ ຮອນດ້າ ສ້າງປະຫວັດສາດຄວ້າແຊ້ມ F1 12 ລາຍການຕິດຕໍ່ກັນ!




ການແຂ່ງຂັນ ລົດສູດໜຶ່ງ ຟໍຣມູລ້າວັນ ສະໜາມທີ 11 ຂອງປີ 2023 ລາຍການ ຮັງກາຣ້ຽນ ກຣັງປຣີ ທີ່ສະໜາມ ຮັງກາໂຣຣິ້ງ, ປະເທດຮົງກາຣີ (ຮັງກາຣີ) ໃນທ້າຍອາທິດຜ່ານມາ, ຄວາມຍາວຕໍ່ຮອບ 4.381 ແມັດ ແຂ່ງທັງໝົດ 70 ຮອບ.
ປະກົດວ່າ:
ແມັກ ເວີສະເຕັບເປິ້ນ ແຊ້ມເກົ່າ ຊາວເນເທີແລນ (ໂຮນລັງ) ຈາກທີມເຣດບລູ ເຣຊິ້ງ ຮອນດ້າ ຍັງສ້າງຜົນງານດີຕໍ່ເນື່ອງ ອອກໂຕເປັນຄົນທີສອງ ແຕ່ແຊງຄູ່ແຂ່ງເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 1 ຊົ່ວໂມງ 38 ນາທີ 8.634 ວິນາທີ ເອົາຊະນະ
ແລນໂດ ນໍຣຣິສ ຊາວສະຫະຣາຊອານາຈັກ ຈາກທີມແມັກຄາເຣນ ເມີຊີເດັຊ ເກືອບ 34 ວິນາທີ. ເວີສະເຕັບເປິ້ນ ເພີ່ມສະຖິຕິໃໝ່ໃຫ້ຕົນເອງ ຄວ້າແຊ້ມ 7 ສະໜາມຕິດຕໍ່ກັນ ເປັນຄັ້ງທຳອິດໃນອາຊີບ ແລະ ເປັນແຊ້ມສະໜາມທີ 9 ຈາກ 11 ສະໜາມໃນປີນີ້ ພ້ອມກັນນີ້ ກໍພາສັງກັດ ເຣດບລູ ເຣຊິ້ງ ຮອນດ້າ ສ້າງປະຫວັດສາດຄວ້າແຊ້ມ F1 12 ລາຍການຕິດຕໍ່ກັນ ທຳລາຍສະຖິຕິຂອງທີມແມັກຄາເຣນ ທີ່ສ້າງໄວ້ 11 ສະໜາມຕິດຕໍ່ກັນໃນປີ 1988.
ຜ່ານໄປ 11 ສະໜາມ ຜູ້ນຳຄະແນນລວມນັກຂັບຍັງຄົງແມ່ນ ແຊ້ມເກົ່າ ເວີສະເຕັບເປິ້ນ ນຳໂດ່ງທີ່ 281 ຄະແນນ, ທີສອງ ເຊີຈີໂອ້ ເປເຣັຊ ເພື່ອນຮ່ວມທີມ ມີ 171 ຄະແນນ, ທີ 3 ເຟີນັນໂດ ອາລອນໂຊ້ ມີ 139 ຄະແນນ.
ສ່ວນທີມຜູ້ສ້າງ ທີມນຳແມ່ນ ທີມເຣດບລູ ເຣຊິ້ງ ຮອນດ້າ ມີ 452 ຄະແນນ, ຮອງລົງມາແມ່ນ ເມີຊີເດັຊ ມີ 223 ຄະແນນ ແລະ ແອັສຕັນ ມາຣຕິນ ອາຣາມໂຄ້ ເມີຊີເດັສ ມີ 184 ຄະແນນ.