ສື່ໂມຣັອກໂກເຜີຍ ໂຊຟີຢານ ອຳຣາບັດ ໃກ້ຮ່ວມທີມ ແມນເຊັສເຕີ ຢູໄນເຕັດ
July 25, 2023 - 2:21 PM




ໂຊຟີຢານ ອຳຣາບັດ ກອງກາງ ຟິອໍເຣນຕິນາ ໃກ້ຈະຍ້າຍໄປຮ່ວມ ແມນເຊັສເຕີ ຢູໄນເຕັດ, ອີງຕາມນັກຂ່າວ ສື່ໂມຣັອກໂກ.
ນັກເຕະອາຍຸ 26 ປີ ສະແດງຜົນງານໄດ້ຢ່າງໂດດເດັ່ນໃນບານໂລກ 2022 ແລະ ລວມມທັງເປັນຄົນສຳຄັນໃຫ້ ວີໂອລາ ໃນລະດູການທີ່ຜ່ານມາ.
ຈາກຜົນງານທີ່ດີເດັ່ນ ເຮັດໃຫ້ລາວເປັນເປົ້າຫມາຍສໍາລັບຫລາຍໆສະໂມສອນໃນເອີຣົບ. ລວມເຖິງການແຈ້ງກັບຕົ້ນສັງກັດວ່າລາວຕ້ອງການຍ້າຍທີມໃນຊ່ວງລະດູຮ້ອນນີ້.