ເປັນໄປຕາມຄາດ! ບຣູໂນ້ ເຟີນັລເດສ ກັບຕັນທີມຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ
July 21, 2023 - 2:01 PM




ພາຍຫລັງທີ່ ເອຣິກ ເທນຮາກ ພິຈາລະນາປົດ ແຮລີ່ ແມັກໄກວ ອອກຈາກການເປັນຫົວຫນ້າທີມ. ບັນດາສື່ກິລາບານເຕະຕ່າງໆ ພາກັນໄດ້ຄາດຜູ້ນຳຄົນໃໝ່. ໂດຍໜຶ່ງໃນໂຕເຕັງແມ່ນ ບຣູໂນ້ ເຟີນານເດສ ທີ່ສ້າງຜົນງານໃນສະໜາມຢ່າງດີເດັ່ນຕັ້ງແຕ່ເຂົ້າຮ່ວມທີມໃນປີ 2020.
ແລະກໍ່ເປັນໄປຕາມຄາດກອງກາງທີມຊາດປອກຕຸຍການ ໄດ້ຮັບໜ້າທີ່ເປັນຫົວໜ້າທີມຢ່າງເປັນທາງການຂອງ “ຜີສາດແດງ” ໄລ່ລ່າຄວາມສຳເລັດທັງໃນອັງກິດ ແລະ ໃນເວທີເອີຣົບ. ຈາກລະດູການ 2023/24 ເປັນຕົ້ນໄປ.