ຊາດີໂອ ມາເນ ກຽມລາ ບາເຢີນ ມິວນິກ ຍ້າຍຮ່ວມ ອັລ ນາສເຊີ
July 21, 2023 - 10:00 AM




ຊາດິໂອ ມາເນ ກອງໜ້າຊາວ ເຊເນກັລ ຂອງ ບາເຢິນ ມິວນິກ ກຽມຍ້າຍໄປຮ່ວມທີມ ອັລ ນາສເຊີ ສະໂມສອນແຫ່ງ ຊາອຸ ໂປຣ ລີກ ໃນປະເທດຊາອຸດິອາຣາເບຍ.
The Athletic ສື່ດັງລາຍງານວ່າ ຣູຟ ຕົວແທນທີ່ເບິ່ງແຍງ ມາເນ ໄດ້ພົບກັບຜູ້ອໍານວຍການກິລາ ອັລ ນາສເຊີ ທີ່ໂຮງແຮມໃນປອກຕຸຍການ. ເພື່ອປຶກສາຫາລືກ່ຽວກັບຄວາມຄືບຫນ້າໃນການຍ້າຍທີມຂອງອະດີດດາວເຕະລິເວິພູລ.
ສຳລັບ ມາເນ ຕອນນີ້ກຳລັງເກັບໂຕຢູ່ກັບທັບ “ເສືອໃຕ້” ໃນແດນຟອຍທອງ ເພື່ອກຽມຄວາມພ້ອມໃນລະດູການ 2023/2024 ເຊິ່ງເປັນທີ່ເຂົ້າໃຈກັນວ່າ ສະໂມສອນແຊ້ມ ບຸນເດສລິກາ 11 ສະໄໝອາດຈະປັບຄ່າຕົວ ດາວຍິງທີມຊາດເຊເນການ ສູງກວ່າທີ່ຕັ້ງໄວ້ກ່ອນໜ້ານີ້.
ເນື່ອງຈາກວ່າກ່ອນນີ້ ບາເຢີນ ໄດ້ຕັ້ງຄ່າຕົວໃຫ້ກັບ ມາເນ ທີ່ຍ້າຍຈາກ “ຫົງແດງ” ມາຫລິ້ນຢູ່ຖິ່ນ ອາລິອັນຊ໌ ອາຣີນາ ດ້ວຍລາຄາ 32 ລ້ານເອີໂຣ ເມື່ອຊ່ວງຊຳເມີທີ່ຜ່ານມາ ຕັ້ງໄວ້ທີ່ 20 ລ້ານເອີໂຣ ເທົ່ານັ້ນ.