ໂຣມາໂນ ຢືນຢັນ ລິເວີພູລ ຍອມປ່ອຍ ເຮນເດີສັນ ຮ່ວມທີມຊາອຸແລ້ວ
July 20, 2023 - 3:00 PM




ອັລ ເອດຕິຟັດ ບັນລຸຂໍ້ຕົກລົງເຊັນສັນຍາກັບ ຈໍແດນ ເຮນເດີສັນ ກອງກາງຈາກ ລິເວີພູລ ເງື່ອນໄຂສ່ວນຕົວນັ້ນໄດ້ຕົກລົງກັນແລ້ວໃນອາທິດກ່ອນຫນ້ານີ້.
ຫລັງຈາກທີ່ ສະຕີເວ່ນ ເຈີຣາດ ເຂົ້າເປັນຜູ້ຈັດການທີມ ອັລ ເອດຕິຟັດ ທີມໃນລີກສູງສຸດຂອງ ຊາອຸດີ ອາຣາເບຍ ກໍ່ໄດ້ໄລ່ລ່ານັກເຕະຄົນເກັ່ງຂອງເອີຣົບມາຮ່ວມທີມ ໂດຍທີ່ ເຮັນເດີສັນ ເປັນໜຶ່ງໃນນັ້ນ.
ເຊິ່ງຫລ້າສຸດ ໂຣມາໂນ ເປີດເຜີຍວ່າ ຫົງແດງ ຍອມຮັບຂໍ້ສະເໜີ 12 ລ້ານປອນ ບໍ່ລວມໂບນັດ ແລະ ອະນຸຍາດໃຫ້ກອງກາງອາຍຸ 33 ປີ ໄປຮ່ວມກັບ ອັລ ເອດຕິຟັດ.
ຢ່າງໃດກໍ່ຕາມ, ທັງນັກເຕະ ແລະ ຕົ້ນສັງກັດໃໝ່ສາມາດຕົກລົງກັນໄດ້ໃນເລື່ອງສ່ວນຕົວຕັ້ງແຕ່ອາທິດທີ່ຜ່ານມາ ດ້ວຍສັນຍາ 3 ປີ ແລະ ໄດ້ນັດນັດກວດສຸຂະພາບ.