ເຊວຊີ ຍຸກໃໝ່ຂອງ ໂປເຊັດຕິໂນ້ ເປີດສາກອຸ່ນເຄື່ອງໄດ້ຢ່າງສວຍງາມ ໄລ່ຖະຫລົ່ມ ເຣ໊ກແຮມ 5-0
July 20, 2023 - 10:00 AM


ເປີດສາກຢ່າງສວຍງາມາສຳລັບ ເຊວຊີ ພາຍໃຕ້ການເປັນໂຄ໋ດ ເມົາຣິຊິໂອ້ ໂປເຊັດຕິໂນ້ ລວມພະລັງກັນເອົາຊະນະ ເຣ໊ກແຮມ 5-0 ໃນການແຂ່ງຂັນມິດຕະພາບທີ່ອາເມລິກາໃນຕອນເຊົ້າຂອງ 20 ກໍລະກົດ 2023.
ໂປເຊັດຕິໂນ້ ຄູຝຶກຄົນໃໝ່ ທໍາອິດນໍາທີມ “ສິງໂຕຟ້າ” ລົງເກມອຸ່ນເຄື່ອງທີ່ເມືອງ ລຸງແຊມ ກັບ ເຣ໊ກແຮມ ທີມລີກ 2 ຂອງອັງກິດ ໂດຍສົ່ງນັກເຕະຕົວສຳຮອງ ແລະ ດາວເຕະໜຸ່ມລົງສະໜາມເພື່ອທົດລອງລະບົບການຫລີ້ນ.
ແລ້ວກໍ່ເປັນຍອດທີມແຫ່ງລອນດອນທີ່ຖະຫລົ່ມ ເຣ໊ກແຮມ 5-0, ໂດຍພະເອກຂອງເກມຄື ອຽນ ແມດເຊ່ນ, ແບັກຊ້າຍອາຍຸ 21 ປີ, ຍິງຄົນດຽວ 2 ປະຕູຈາກເຄິ່ງທໍາອິດກ່ອນທີ່ ຄອນເນີ ຄາກັລລາເກີ້, ຄຣິສໂຕເຟີ ເອັນກຸນກູ ແລະ ເບນ ຊີເວລ ຈະຊ່ວຍກັນຍິງອີກຄົນລະປະຕູ.