ພືດຜັກສະໝຸນໄພ ເຄືອບກະເພາະ ປ້ອງກັນພະຍາດ


ພະຍາດກະເພາະອາຫານເກີດຂຶ້ນໄດ້ກັບທຸກຄົນ ໂດຍສະເພາະສັງຄົມປັດຈຸບັນ ທີ່ອາດເກີດຈາກການຮັບປະທານອາຫານບໍ່ກົງເວລາ ຫລື ມີຄວາມຄຽດຈາກການເຮັດວຽກ ຈົນສົ່ງຜົນໃຫ້ກົດໃນກະເພາະອາຫານອອກລິດ ເຮັດໃຫ້ເກີດເປັນພະຍາດກະເພາະອາຫານໄດ້ ແລະ ການຮັກສາພະຍາດກະເພາະອາຫານ ສ່ວນຫລາຍຈະໄດ້ຮັບຢາຫລວງຕາມອາການ ທີ່ມີທັງແບບເມັດ ແລະ ແບບນໍ້າ ເຊິ່ງອາດຈະມີລາຄາແພງ, ດັ່ງນັ້ນ ພວກເຮົາທີມງານສາລະໜ້າຮູ້ລາວພັດທະນາຈຶ່ງໄດ້ຮວບຮວມພືດຜັກສະໝຸນໄພໃກ້ຕົວ ທີ່ຊ່ວຍບັນເທົາພະຍາດກະເພາະໄດ້ແທ້ດັ່ງນີ້:
+ ຫວ້ານຫາງແຂ້
– ຕ້ານມະເຮັງກະເພາະອາຫານ
– ຫລຸດການອັກເສບ, ເຄືອບບາດແຜໃນກະເພາະອາຫານ
+ ຂີງ
– ຂ້າເຊື້ອແບັກທີເຣຍ
– ກະຕຸ້ນເຍື່ອເມືອກກະເພາະອາຫານ
+ ຂີ້ໝິ້ນ-ພິກໄທ
– ກິນຄູ່ກັນເຮັດໃຫ້ຮ່າງກາຍດູດຊຶມໄດ້ດີ 20 ເທົ່າ
– ຂັບໄລ່ລົມ ແກ້ທ້ອງອືດ ຍື່ງທ້ອງ
– ຮັກສາບາດແຜອັກເສບໃນກະເພາະອາຫານ
– ກະຕຸ້ນການຫລັ່ງສານເຄືອບກະເພາະ
+ ໝາກຂາມປ້ອມ, ໝາກກ້ວຍດິບ
– ຢັບຢັ້ງການເຕີບໃຫຍ່ຂອງແບັກທີເຣຍໃນກະເພາະ ທີ່ເປັນສາເຫດຂອງພະຍາດກະເພາະ
– ເຄືອບກະເພາະ
+ ກະຈຽບຂຽວ
– ຮັກສາບາດແຜໃນກະເພາະອາຫານ
– ຢັບຢັ້ງການເກີດຂອງເຊື້ອແບັກທີເຣຍ Helicobacter pylori ທີ່ເປັນສາເຫດຫລັກໃນການສ້າງບາດແຜໃຫ້ກະເພາະອາຫານ