ເຈົ້າຄອງນະຄອນຫລວງ ຊີ້ນຳໃຫ້ຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເພີ່ມທະວີເຂັ້ມງວດການປະຕິບັດວິໃນດ້ານການເງິນ


ວັນທີ 18 ກໍລະກົດ 2023, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ລົງພົບປະ ແລະ ເຮັດວຽກກັບຄະນະຄຸ້ມຄອງ ດ່ານສາກົນສິນຄ້າທ່າບົກທ່າ ນາແລ້ງ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ, ເຊິ່ງ ທ່ານ ມີຄໍາເຫັນຊີ້ນໍາບາງດ້ານໃຫ້ຄະນະຄຸ້ມຄອງດ່ານເພີ່ມທະວີມາດຕະການທີ່ເຂັ້ມງວດເດັດຂາດໃນການປະຕິບັດລະບຽບກົດໝາຍ ໂດຍສະເພາະການປະຕິບັດວິໄນດ້ານການເງິນ, ການປະຕິບັດວຽກງານຂອງເຈົ້າໜ້າທີ່ລັດ ທີ່ປະຈຳການຢູ່ດ່ານ, ປັບປຸງກົນໄກໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ຕ້ອງເຂັ້ມງວດເດັດຂາດເຮັດແນວໃດຈະຫລີກເວັ້ນສິ່ງເສບຕິດສິ່ງຜິດກົດໝາຍ, ການລັກລອບ, ການຂົນສົ່ງຄ້າຂາຍຢາເສບຕິດ.
ນອກນີ້, ໃຫ້ເອົາໃຈໃສ່ເພີ່ມທະວີການພົວພັນຮ່ວມມື ແລະ ຖອດຖອນບົດຮຽນ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ບັນ ດາດ່ານທີ່ມີຊາຍແດນຕິດກັບປະເທດບ້ານໃກ້ເຮືອນຄຽງ ຢ່າງເປັນປົກະຕິ ເພື່ອຍາດແຍ່ງເອົາການຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກນິກວິຊາການຕ່າງໆເຂົ້າມາພັດທະນາ ນວ ກໍຄືພັດທະນາດ່ານ.