ປິດເທີມຍາວ! ເຊວຊີ ເຜີຍ ໂຟຟານາ ເຂົ້າຜ່າຕັດເອັນໄຂ່ວໜ້າເຂົ່າ
July 19, 2023 - 12:20 PM


ເຊວຊີ ໄດ້ເປີດເຜີຍອັບເດດກ່ຽວກັບການບາດເຈັບຂອງ ເວສລີ່ ໂຟຟານາ ໄດ້ຮັບບາດເຈັບເອັນໄຂ່ວໜ້າເຂົ່າ (ACL) ແລະ ໄດ້ເຂົ້າຮັບການຜ່າຕັດໄປແລ້ວຮຽບຮ້ອຍ.
ກອງຫລັງໄວ 22 ປີ ໂຊກຮ້າຍໄດ້ຮັບບາດເຈັບໃນຂະນະທີ່ກຽມຕົວກັບທີມໃນຊ່ວງກ່ອນເປີດລະດູການ. ກ່ອນຖືກຢືນຢັນວ່າລາວໄດ້ຮັບການຜ່າຕັດ ACL ແລະ ຈະບໍ່ເດີນທາງຮ່ວມທີມງານໃນການທົວທີ່ສະຫະລັດອາເມລິກາ. ໂດຍຈະຢູ່ໃນການຟື້ນຟູທີ່ ຄອບແຮມ ສະໜາມຝຶກຊ້ອມຂອງ ສິງໂຕຟ້າ.
ທັ້ງນີ້ ໂຟຟານາ ເຄີຍປະສົບບັນຫາການບາດເຈັບທີ່ຫົວເຂົ່າເຮັດໃຫ້ລາວຕ້ອງພັກຍາວ 4 ເດືອນໃນລະດູການທີ່ຜ່ານມາ. ກ່ອນທີ່ອາການບາດເຈັບຮອບຫລ້າສຸດ ຍັງບໍ່ມີກຳນົດວ່າລາວຈະກັບຄືນສູ່ສະພາບເຕັມຮູບແບບໄດ້ເມື່ອໃດ.